ຍົກສູງບົດບາດຂອງ ວັດທະນະທຳທີ່ມີຕໍ່ ການພັດທະນາແບບ ຍືນຍົງຂອງປະຊາຄົມອາຊຽນ


ຍົກສູງບົດບາດຂອງ ວັດທະນະທຳທີ່ມີຕໍ່ ການພັດທະນາແບບ ຍືນຍົງຂອງປະຊາຄົມອາຊຽນ - ảnh 1

ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ

(ພາບ: thanhnien.com.vn)

 (vovworld)- ​​ ຍົກ​ສູງ​ບົດບາດ​ຂອງ​ວັດທະນະທຳ​ທີ່​ມີ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະຊາ​ຄົມ​ອາ​ຊຽນ. ນີ້​ແມ່ນຫົວ​ເລື່ອງ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ວັດທະນະທຳ​ອາ​ຊຽນ ຄັ້ງທີ 6 (AMCA-6) ​ໄຂ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 19/4, ຢູ່​ນະຄອນ​ເຫ້ວ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫ່ຍອາ​ຊຽນ ພ້ອມ​ດ້ວຍ​ທ່ານ​ລັດຖະມົນຕີ​ວັດທະນະທຳ​ ​ແລະ ​ຫົວໜ້າ​ຄະນະ​ຜູ້​ແທນບັນດາ​ປະ​ເທດ​ອາ​ຊຽນ, ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານຮອງ​ນາຍົກ​ລັດຖະມົນຕີ ຟ້າ​ມບິງ​ມິ​ງ ຖື​ວ່າ:

  “​ເມື່ອ​ເຕື້ອງ​ເຖິງ​ບົດບາດ​ຂອງ​ວັດທະນະທຳ​ທີ່​ມີ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະຊາ​ຄົມ​ອາ​ຊຽນ ​ແມ່ນ​ຕ້ອງ​ເຕື້ອງ​ເຖິງ​ການ​ນຳ​ໃຊ້​ບົດບາດ​ຂອງພູມ​ປັນຍາ, ວິທະ ຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ບັນດາ​ຮູບ​ການສິລະ​ປະ​ເຂົ້າ​ໃນ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ ປຊຊ ອາ​ຊຽນ. ​ເຮັດ​​ໄດ້​ຄື​ແນວ​ນັ້ນ, ພວກ​ເຮົາ​ຈະ​ສ້າງ​ປະຊາ​ຄົມ​ອາ​ຊຽນລວມ ທີ່​ມີ​ວັດທະນະທຳ​ພິ​ເສດສະ​ເພາະ, ສາມັກຄີ​ກັນ​ໃນ​ຫຼາຍຮູບຫຼາ​ຍ​ແບບ ​ແລະ ຍັງ​ແມ່ນ​ປະຊາ​ຄົມ​ພ້ອມ​ກັນ​ພັດທະນາ, ພ້ອມ​ກັນ​ມີ​ຄວາມ​ວັດທະນາ​ຖາວອນ“.

   ​ໃນຂອບເຂດ​ກອງ​ປະຊຸມ, ທ່ານ Wong Shuyn Tsai Lawrence ລັດຖະມົນຕີ​ກະຊວງວັດທະນະທຳ, ປະຊາ​ຄົມ ​ແລະ ຊາວ​ໜຸ່ມສິງກະ​ໂປ ​ໄດ້​ມອບ​ໃບຢັງຢືນ ​ແລະ ​ໂລ​ໂກ “ນະຄອນ​ວັດທະນະທຳ​ອາ​ຊຽນ“ ​ໃຫ້ການ​ນຳ​​ແຂວງ​ເທື່ອ​ທຽນ​ເຫ້ວ. ທ່ານ​ຫງວຽນ​ວັນ​ກາວ, ປະທານ​ຄະນະ​ກຳມະການ ປຊຊ ແຂວງ​ເທື່ອ​ທຽນ​ເຫ້ວ ຢືນຢັນ​ວ່າ: ນີ້​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ອັນ​ໃຫ່ຍຫຼວງ​ສຳລັບ​ອຳນາດ​ການ​ປົກຄອງ ​ແລະ ​ປຊຊ ແຂວງ​ເທື່ອ​ທຽນ​ເຫ້ວ:

   “ພວກ​ຂ້າພະ​ເຈົ້າຂໍ​ໃຫ້​ຄຳໝັ້ນສັນຍາວ່າຈະ​ສືບ​ຕໍ່​ເສີມ​ຂະຫຍາຍບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ສູ້​ຊົນ​ມານະ​ພະຍາຍາມ​ໂຄສະນາ​ພາບ​ພົດ​ປະຊາ​ຄົມ​ອາ​ຊຽນ​ແຫ່ງ​ສັນຕິ ພາບ, ສີ​ວິ​ໄລ, ປຊຊ ມີ​ຄວາມ​ຜາ​ສຸກ ​ແລະ ພັດທະນາ​ຮອບດ້ານ. ອຳນາດ​ການ​ປົກຄອງ ​ແລະ ​ປຊຊ ແຂວງ​ເທື່ອ​ທຽນ​ເຫ້ວ ປາດ​ຖະໜາ​ວ່າ: ປະ​ເທດ​ຕ່າງໆ​ໃນ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ເພື່ອນ​ມິດສາ​ກົນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເພື່ອ​ໃຫ້​ເຫ້ວກາຍ​ເປັນ​ບ່ອນ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ຜ່ານ​ນັ້ນຊຸກຍູ້​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ສົມ​ກັບ​ນາມມະຍົດ ນະຄອນ​ວັດທະນະທຳ​ອາ​ຊຽນ“./.

ຂ່າວ/ບົດ​ອື່ນ