ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

(VOVWORLD) -  ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.
ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ - ảnh 1ບັນດາຜູ້ແທນເຂົ້າຮ່ວມບັ້ນເຄື່ອນໄຫວຈະໄປຢ້ຽມຢາມບັນດາເຂດຮ່ອງຮອຍສະຖານປະຫວັດສາດ ຢູ່ ດ້ຽນບຽນ (ພາບ: toquoc.vn)

ບັນດາຜູ້ແທນໄດ້ເຂົ້າຮ່ວມບັ້ນເຄື່ອນໄຫວດັ່ງກ່າວຈະໄປຢ້ຽມຢາມບັນດາເຂດຮ່ອງຮອຍສະຖານປະຫວັດສາດ; ມອບຂອງຂວັນໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວເປົ້າໝາຍນະໂຍບາຍ; ມອບບັນດາກິດຈະກຳຊາວໜຸ່ມໃຫ້ແກ່ບັນດາຄອບຄົວ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ການຊ່ວຍເຫຼືອແຂວງ ດ້ຽນບຽນ ແລະ ບັນດາທ້ອງຖິ່ນໃນຂອບເຂດບັ້ນເຄື່ອນໄຫວນີ້ ລວມມູນຄ່າກວ່າ 7,6 ຕື້ດົ່ງ (ປະມານ 300.000 USD). ທ່ານ ຫງວຽນຖ໋າຍອານ, ຫົວໜ້າຄະນະໂຄສະນາສຶກສາສູນກາງຊາວໜຸ່ມ ໃຫ້ຮູ້ວ່າ:

        “ບັ້ນເຄື່ອນໄຫວນີ້ ໄດ້ປະຕິບັດບັນດາການເຄື່ອນໄຫວຊ່ວຍໜູນສັງຄົມ. ພິເສດ, ຜ່ານການເຄື່ອນໄຫວຕ່າງໆຈະຊ່ວຍໃຫ້ບັນດາຊາວໜຸ່ມ, ເຍົາວະຊີນ, ອະນຸຊົນ ທີ່ການທັດສະນະຕົວຈິງ, ຜ່ານນັ້ນ ເຂົາເຈົ້າເອງ ຈະເປັນຜູ້ແຜ່ກະຈາຍມູນເຊື້ອປະຫວັດສາດອັນສະຫງ່າອົງອາດຂອງຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ