ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນ​ແທັງ​ເໝິນ: ປ້ອງ​ກັນສະ​ກັດ​ກັ້ນ, ປົກ​ປ້ອງ ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຈາກ ​ສານ​ເສບ​ຕິດ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະເໜີຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບ ຢາສູບ ເອເລັກໂຕນິກ, ຢາສູບທຳມະດາ, ຕີລາຄາຜົນຮ້າຍຈາກຢາສູບຊະນິດນີ້.
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ  ເຈິ່​ນ​ແທັງ​ເໝິນ: ປ້ອງ​ກັນສະ​ກັດ​ກັ້ນ, ປົກ​ປ້ອງ ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຈາກ ​ສານ​ເສບ​ຕິດ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ວາລະອະພິບາຍ (ພາບ: VOV)

ຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການ ສັງຄົມ ເປັນປະທານ, ສົມທົບກັບ ກຳມາທິການ ວັດທະນະທຳ, ການສຶກສາ ຈັດວາລະອະພິປາຍ ກ່ຽວກັບຄວາມຮັບຜິດຊອບບໍລິຫານລັດ ກ່ຽວກັບການ ປ້ອງກັນ, ຕ້ານຜົນຮ້າຍຈາກ ຢາສູບ ເອເລັກໂຕນິກ, ຢາສູບທຳມະດາ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ຜູ້ປະຈຳການ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ວາລະອະພິປາຍ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການຍົກອອກບັນດາຂໍ້ສະເໜີແນະ, ວິທີການປະຕິບັດວຽກງານປ້ອງກັນ, ຕ້ານຜົນຮ້າຍຂອງ ຢາສູບ ເອເລັກໂຕນິກ, ຢາສູບທຳມະດາ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນການປ້ອງກັນສະກັດກັ້ນ, ປົກປ້ອງ ຊາວໜຸ່ມ ຈາກສານເສບຕິດ, ປະກອບສ່ວນເຂົ້າໃນການປະຕິບັດວຽກງານເບິ່ງແຍງດູແລສຸຂະພາບປະຊາຄົມໃຫ້ດີກ່ວາອີກ. ເພື່ອໃຫ້ວາລະອະພິປາຍ ບັນລຸປະສິດທິຜົນຢ່າງແທດຈິງ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະເໜີຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບ ຢາສູບ ເອເລັກໂຕນິກ, ຢາສູບທຳມະດາ, ຕີລາຄາຜົນຮ້າຍຈາກຢາສູບຊະນິດນີ້; ມີສານຢ່າງຈະແຈ້ງ, ລະອຽດໄປຍັງປະຊາຊົນ ແລະ ມີທັດສະນະກ່ຽວກັບຄວາມຮັບຜິດຊອບຂອງລັດ ຕໍ່ບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ