ພົ້ນ​ຕຳ​ແໜ່ງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ສຳ​ລັບ ທ່ານ ເວືອງ​ດິ່ງ​ເຫວະ

(VOVWORLD) - ຕາມແຈ້ງການຂອງເລຂາທິການໃຫຍ່ ສະພາແຫ່ງຊາດ, ຕອນບ່າຍວັນທີ 2 ພຶດສະພາ, ກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.

ສະພາແຫ່າງຊາດ ໄດ້ດຳເນີນການປຶກສາຫາລື, ປ່ອນບັດລັບ ແລະ ຮັບຮອງເອົາ ມະຕິພົ້ນຕຳແໜ່ງ ປະທານສະພາແຫ່ງຊາດ ອາຍຸການ 2021 – 2026, ໃຫ້ສັດຕະຍາບັນ ພົ້ນຕຳແໜ່ງ ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຍົກເລີກໜ້າທີ່ສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ເວືອງດິ່ງເຫວະ; ມະຕິວ່າດ້ວຍການ ງົດໜ້າທີ່ ສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ເຢືອງວັນທ໊າຍ, ສະມາຊິກຄະນະສະມາຊິກສະພາແຫ່ງຊາດແຂວງ ບັກຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ