ສະ​ເຫຼີມສະຫຼອງ 70 ປີ​ແຫ່ງວັນ​ເຊັ່ນ​ສັນ​ຍາ ເຊີ​ແນວ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນຫຼັກການສະເໝີຕົ້ນສະເໝີປາຍ, ລຸລ່ວງໃນປະຫວັດສາດແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາປະເທດຊາດຂອງ ຊົນຊາດ ຫວຽດນາມ.
ສະ​ເຫຼີມສະຫຼອງ 70 ປີ​ແຫ່ງວັນ​ເຊັ່ນ​ສັນ​ຍາ ເຊີ​ແນວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ຕອນເຊົ້າວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນເຊັ່ນສັນຍາ ເຊີແນວ ກ່ຽວກັບການຢຸດການສູ້ຮົບຢູ່ ຫວຽດນາມ (21/7/1954 - 21/7/2024). ພິທີໄດ້ດຳເນີນຕາມຮູບແບບທາງໄກ ແລະ ເຊິ່ງໜ້າ, ເຊື່ອມຕໍ່ກັບທຸກໆອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນຫຼັກການສະເໝີຕົ້ນສະເໝີປາຍ, ລຸລ່ວງໃນປະຫວັດສາດແຫ່ງການສ້າງສາ, ສ້າງຄວາມເປັນເຈົ້າ ແລະ ໃນການປົກປັກຮັກສາປະເທດຊາດຂອງ ຊົນຊາດ ຫວຽດນາມ. ດ້ວຍສົນທິສັນຍາ ເຊີແນວ, ບັນດາສິດຊົນຊາດພື້ນຖານຂອງ ຫວຽດນາມ ແມ່ນເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄດ້ຢັ້ງຢືນໃນຂໍ້ສັນຍາສາກົນ ດ້ວຍການລົງນາມ ແລະ ຍອມຮັບຈາກບັນດາປະເທດມະຫາອຳນາດ. ກ່າວຄຳເຫັນທີ່ພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ເນັ້ນໜັກວ່າ:

ດ້ວຍສັນຍາເຊີແນວ, ພວກເຮົາໄດ້ສະແດງໃຫ້ເຫັນຖານະບົດບາດ, ຄຸນນະທາດ ແລະ ສີສັນການຕ່າງປະເທດຫວຽດນາມ ທີ່ໄສແຈ້ງ ໃນຍຸກປະທານໂຮ່ຈີມິນ, ຢັ້ງຢືນຢ່າງແຮງ ສານກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ເຄົາລົບນັບຖື ຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ, ມີຈິດໃຈອົງອາດກ້າແກ່ນໃນການປົກປັກຮັກສາເອກະລາດ, ອະທິປະໄປ ແລະ ຜືນແຜ່ນດິນອັນຄົບຖວ້ນ, ພ້ອມແລ້ວທີ່ຈະຮ່ວມມືມິດຕະພາບກັບທຸກປະເທດ, ຊົນຊາດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ