ສູນ​ກາງ​ພັກ​ເຫັນ​ດ​ີ ອະ​ນຸ​ຍາດ​ໃຫ້​ທ່ານ ເວືອງ​ດິ່ງ​ເຫວະ ຂໍລາ​ອອກ​ຈາກ​ຕຳ​ແໜ່ງ

(VOVWORLD) - ວັນທີ 26 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄຳເຫັນກ່ຽວກັບວຽກງານການຈັດຕັ້ງພະນັກງານ.

ສູນ​ກາງ​ພັກ​ເຫັນ​ດ​ີ ອະ​ນຸ​ຍາດ​ໃຫ້​ທ່ານ ເວືອງ​ດິ່ງ​ເຫວະ ຂໍລາ​ອອກ​ຈາກ​ຕຳ​ແໜ່ງ - ảnh 1ສູນກາງພັກເຫັນດີ ອະນຸຍາດໃຫ້ທ່ານ ເວືອງດິ່ງເຫວະ ຂໍລາອອກຈາກຕຳແໜ່ງ (ພາບ: vov.vn)

ຕາມນັ້ນແລ້ວ, ສູນກາງພັກ ໄດ້ພິຈາລະນາອະນຸຍາດ ທ່ານ ເວືອງດິ່ງເຫວະ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ສສ. ຫວຽດນາມ ຊຸດທີ XV ອາຍຸການ 2021 – 2026 ໄດ້ລາອອກຈາກບັນດາຕຳແໜ່ງ, ຢຸດຕິການປະຕິບັດງານ.

ຕາມບົດລາຍງານຂອງ ຄະນະກຳມະການກວດກາສູນກາງ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ທ່ານ ເວືອງດິ່ງເຫວະ ໄດ້ລະເມີດຂໍ້ຫ້າມກ່ຽວກັບບັນດາກົດລະບຽບຂອງສະມາຊິກພັກ , ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບ ໃນການເປັນແບບຢ່າງທີ່ດີຂອງພະນັກງານ, ສະມາຊິກພັກ. ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ, ທ່ານເວືອງດິ່ງເຫວະ ໄດ້ຍື່ນໃບຂໍອະນຸຍາດລາອອກຈາກຕຳແໜ່ງພວມປະຕິວັດ ແລະ ຢຸດຕິການປະຕິບັດງານ.

ອີງຕາມຂໍ້ກຳນົດພວມປະກາດໃຊ້ໃນປັດຈຸບັນ ຂອງພັກ, ລັດ ແລະ ພິຈາລະນາຕາມຄວາມມຸ່ງຫວັງຂອງ ທ່ານ ເວືອງດິ່ງເຫວະ, ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີອະນຸຍາດໃຫ້ທ່ານ ເວືອງດິ່ງເຫວະ ພົ້ນຈາກບັນດາຕຳແໜຶ່ງຄື: ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII, ປະທານສະພາແຫ່ງຊາດ ສສ. ຫວຽດນາມ ຊຸດທີ XV ອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ