ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແກ່ການຮ່ວມມືຮອບດ້ານກັບກຳປູເຈຍ

(VOVWORLD) -ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Neth Savoeun ຊຶ່ງພວມນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານກຳປູເຈຍ ມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7 ພຶດສະພາ 1954 - 7 ພຶດສະພາ 2024)
ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດແກ່ການຮ່ວມມືຮອບດ້ານກັບກຳປູເຈຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Neth Savoeun 

    ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະຮ່ວມຂອງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ; ທ່ານຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການ ປັບປຸງແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບ ກຳປູເຈຍ ບົນພື້ນຖານຄວາມສາມັກຄີ, ມິດຕະພາບ ແລະ ເຄົາລົບນັບຖືຜົນປະໂຫຍດຂອງກັນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ກຳປູເຈຍ ແລະ ບັນດາປະເທດໃນເຂດອ່າງແມ່ນ້ຳຂອງໃນບັນດາການເຄື່ອນໄຫວນຳໃຊ້, ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາລຳແມ່ນ້ຳຂອງແບບຍືນຍົງ ບົນພື້ນຖານສັນຍາແມ່ນ້ຳຂອງ ແລະ ລະບຽບການຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

          ສ່ວນທ່ານຮອງນາຍົກລັດຖະມົນຕີ Net Savoeun  ໄດ້ສະແດງຄວາມເປັນກຽດ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ; ແລະ ຢືນຢັນວ່າ ນີ້ແມ່ນເຫດການສຳຄັນຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ