ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ການ​ປະ​ຕິ​ບັດ ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໃຫ້​ສຳ​ເລັດຖືກ​ຕາມ​ເວ​ລາ​ກຳ​ນົດ​

(VOVWORLD) - ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ ສືບຕໍ່ແມ່ນເຂັມຊີ້ທິດ ໃຫ້ແກ່ການຟື້ນຟູ, ພັດທະນາສີຂຽວ ແລະ ຍືນຍົງໃນໄລຍະຈະມາເຖິງ. 
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ການ​ປະ​ຕິ​ບັດ ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໃຫ້​ສຳ​ເລັດຖືກ​ຕາມ​ເວ​ລາ​ກຳ​ນົດ​ - ảnh 1ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ

ນີ້ແມ່ນການຢັ້ງຢືນຂອງທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທຄົນໃໝ່, ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ຄະນະກຳມະການເສດຖະກິດ ແລະ ສັງຄົມ ອາຊີ - ປາຊີຟິກ (ESCAP), ຢູ່ ກອງປະຊຸມປະຈຳປີຄັ້ງທີ 80 ຂອງ ESCAP ທີ່ໄດ້ດຳເນີນໃນວັນທີ 25 ເມສາ ຢູ່ ບາງກອກ, ໄທ. ກ່າວຄຳເຫັນທີ່ກອງປະຊຸມ ດ້ວຍຫົວຂໍ້ “ຕີລາຄາການຜັນຂະຫຍາຍປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງຢູ່ພາກພື້ນ ອາຊີ - ປາຊີຟິກ”, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢັ້ງຢືນວ່າ:

ຫວຽດນາມ ເນັ້ນໜັກເຖິງຄຳໝັ້ນສັນຍາໃນການຊຸກຍູ້ການປະຕິບັດ ໂຄງການດຳເນີນງານ 2030 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ສຳເລັດຖືກຕາມເວລາກຳນົດ. ໃນຄວາມມານະພະຍາຍາມນັ້ນ, ພວກຂ້າພະເຈົ້າໄດ້ປະສົມປະສານ ການປະຕິບັດໂຄງການດຳເນີນງານນີ້ເຂົ້າໃນບັນດາຍຸດທະສາດພັດທະນາແຫ່ງຊາດ, ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການສຶກສາ, ການໜູນຊ່ວຍ ສັງຄົມ, ລົບລ້າງຄວາມອຶດຫິວ… ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າຢ່າງຈະແຈ້ງ, ພິເສດແມ່ນໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນນ້ຳປະປາ ແລະ ສຸຂະອານະໄມ, ການສຳຜັດກັບການສຶກສາ ທີ່ມີຄຸນນະພາບ, ຮັບປະກັນການໄດ້ຊົມໃຊ້ການແພດພື້ນຖານ, ສ້າງວຽກເຮັດງານທຳ ແລະ ເພີ່ມທະວີການກວມລວມຂອງລະບົບໜູນຊ່ວຍສັງຄົມ, ຫັນເປັນອຸດສາຫະກຳ, ປ່ຽນແປງໃໝ່ ແລະ ສ້າງພື້ນຖານໂຄງລ່າງ, ສ້າງສັນຕິພາບ, ຄວາມຍຸຕິທຳ ແລະ ປະຕິບັດສຳເລັດລະບອບລະບຽບການ.

ຕອບກັບ

ຂ່າວ/ບົດ​ອື່ນ