ຫວຽດນາມ ອວຍພອນປີໃໝ່ລາວ ແລະ ກຳປູເຈຍ ຢູ່ສະຫະປະຊາຊາດ

(VOVWORLD) - ທີ່ການພົບປະກັບຄະນະຜູ້ຕາງໜ້າລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຊື່ອໝັ້ນວ່າ ລາວ ຈະສືບຕໍ່ບັນລຸຜົນງານທຸກດ້ານຫຼາຍກວ່າເກົ່າ
ຫວຽດນາມ ອວຍພອນປີໃໝ່ລາວ ແລະ ກຳປູເຈຍ ຢູ່ສະຫະປະຊາຊາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ
(ພາບ: TTXVN)

ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ Chol Chnam Thmay ຂອງ ກຳປູເຈຍ, ວັນທີ 12 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ນຳໜ້າຄະນະບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ນິວຢອກ, ອາເມລິກາ ໄປອວຍພອນຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ປະຈຳສະຫະປະຊາຊາດ.

ທີ່ການພົບປະກັບຄະນະຜູ້ຕາງໜ້າລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຊື່ອໝັ້ນວ່າ ລາວ ຈະສືບຕໍ່ບັນລຸຜົນງານ ທຸກດ້ານ ຫຼາຍກວ່າເກົ່າ ແລະ ຍົກສູງບົດບາດ, ທີ່ຕັ້ງບົນເວທີສາກົນ. ທ່ານກໍ່ຍືນຍັນວ່າ, ຄະນະຜູ້ຕາງໜ້າຂອງ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະຜູ້ຕາງໜ້າ ລາວ ໃນໄລຍະຈະມາເຖິງ, ພິເສດແມ່ນການສະໜັບສະໜູນ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ ຢູ່ ນິວຢອກ (ANYC) ປີ 2024 ໃຫ້ບັນລຸຜົນສຳເລັດ.

ທີ່ສຳນັກງານຄະນະຜູ້ຕາງໜ້າ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຊື່ອໝັ້ນວ່າ, ປະເທດ ກຳປູເຈຍ ຈະສືບຕໍ່ພັດທະນາຢ່າງແຮງ, ວັດທະນາຖາວອນ.ທ່ານກໍ່ປາດຖະໜາຢາກສືບຕໍ່ປັບປຸງການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ 2 ຄະນະຜູ້ຕາງໜ້າໃນຂອບເຂດ 2 ຝ່າຍ,  ກໍຄືຢູ່ບັນດາເວທີປາໄວຫຼາຍຝ່າຍ, ໂດຍສະເພາະແມ່ນ ອາຊຽນ ແລະ ສະຫະປະຊາຊາດໃຫ້ແໜ້ນແຟ້ນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ