ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

(VOVWORLD) -ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024 
ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

    ນາຍົກລັດຖະມົນຕີ 2 ທ່ານ ໄດ້ພ້ອມກັນສຳຫຼວດກວດກາ ແລະ ຕີລາຄາຄວາມຄືບໜ້າ ຂອງການຜັນຂະຫຍາຍ ບັນດາຂໍ້ຕົກລົງຂັ້ນສູງ ລະຫວ່າງກົມການເມືອງ 2 ປະເທດ ແລະ ໝາກຜົນຂອງກອງປະຊຸມຄັ້ງທີ 56 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ໃນໄລຍະຈະມາເຖິງ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເຫັນດີເປັນເອກະສັນເພີ່ມທະວີ ແລະ ຮັດແໜ້ນການພົວພັນດ້ານການເມືອງ, ຊຸກຍູ້ການໄປມາຫາສູ່ກັນ ແລະ ການພົວພັນທຸກຂັ້ນ ແລະ ທຸກຊ່ອງທາງ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ແຜນການຮ່ວມມືລະຫວ່າງສອງລັດຖະບານໃນປີ 2024; ຍູ້ແຮງບັນດາເສົາຄ້ຳແຫ່ງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ເຊັ່ນ: ສະຫະປະຊາຊາດ, ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ); ອະນຸພາກພື້ນ ແມ່ນ້ຳຂອງ.

           ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຍົກໃຫ້ເຫັນ 8 ເນື້ອໃນການຮ່ວມມືໂດຍລະອຽດ, ໃນນັ້ນເພີ່ມທະວີການຮ່ວມມືລະຫວ່າງ 2 ພື້ນຖານເສດຖະກິດ ຫວຽດນາມ - ລາວ ແລະ ລະຫວ່າງ 3 ພື້ນຖານເສດຖະກິດ ລາວ, ກຳປູເຈຍ, ຫວຽດນາມ, ພິເສດແມ່ນກ່ຽວກັບລະບອບລະບຽບການ, ການເງິນ, ຄົມມະນາຄົມຂົນສົ່ງ, ພະລັງງານ, ໂທລະຄົມ , ການທ່ອງທ່ຽວ... ສອງຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອມີພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ມາດຳເນີນທຸລະກິດຢູ່ລາວ. ຫວຽດນາມ ສະໜັບສະໜູນລາວປະສົບຜົນສຳເລັດໃນການປະຕິບັດໜ້າທີ່ສາກົນໃນປີນີ້, ໃນນັ້ນມີບົດບາດເປັນປະທານອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ