ປຸກລະດົມເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານ ແລະ ເດືອນກຳມະກອນປີ 2024

(VOVWORLD) - ການພັດທະນາເສດຖະກິດແບບຍືນຍົງຕ້ອງຕິດພັນກັບການຮັບປະກັນໃຫ້ທຸກຄົນໄດ້ເຮັດວຽກດ້ວຍເງື່ອນໄຂຮັບປະກັນຄວາມປອດໄພ, ຫຼັກອະນາໄມໃນການອອກແຮງງານ, ໄດ້ຮັບການເບິ່ງແຍງດູແລກ່ຽວກັບການດຳລົງຊີວິດທາງດ້ານວັດຖຸ, ຈິດໃຈ
ປຸກລະດົມເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານ ແລະ ເດືອນກຳມະກອນປີ 2024 - ảnh 1(ການເຄື່ອນໄຫວທີ່ພິທີປຸກລະດົມ)

       ພິທີປຸກລະດົມເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານ ແລະ ເດືອນກຳມະກອນປີ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ເມສາ, ຢູ່ ຮ່າໂນ້ຍ. ເຫດການໂດຍຄະນະຊີ້ນຳເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານສູນກາງ ສົມທົບກັບສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນ. ເດືອນກະທຳຄວາມປອດໄພຫຼັກອະນາໄມໃນການອອກແຮງງານປີ 2024 ນີ້ຈັດຂຶ້ນແຕ່ວັນທີ 01 – 31 ພຶດສະພາ ໃນທົ່ວປະເທດ, ດ້ວຍຫົວຂໍ້ “ເພີ່ມທະວີການຮັບປະກັນຄວາມປອດໄພຫຼັກອະນາໄມໃນການອອກແຮງງານທບ່ອນເຮັດວຽກ ແລະ ໃນລະບົບສະໜອງ” ແລະ ເດືອນກຳມະກອນ 2024 ມີຫົວຂໍ້: “ສາມັກຄີກຳມະກອນ - ຜັນຂະຫຍາຍມະຕິ”.

        ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຫງວຽນດິງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ຢືນຢັນວ່າ, ການພັດທະນາເສດຖະກິດແບບຍືນຍົງຕ້ອງຕິດພັນກັບການຮັບປະກັນໃຫ້ທຸກຄົນໄດ້ເຮັດວຽກດ້ວຍເງື່ອນໄຂຮັບປະກັນຄວາມປອດໄພ, ຫຼັກອະນາໄມໃນການອອກແຮງງານ, ໄດ້ຮັບການເບິ່ງແຍງດູແລກ່ຽວກັບການດຳລົງຊີວິດທາງດ້ານວັດຖຸ, ຈິດໃຈ, ແມ່ນມາດຕະຖານລວມໃນການພັດທະນາແບບຍືນຍົງ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ