ເຮັດໃຫ້ບາງບັນຫາ ທິດສະດີ - ພຶດຕິກຳ ຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່ ຈະແຈ້ງກ່ວາ

ເຮັດໃຫ້ບາງບັນຫາ ທິດສະດີ - ພຶດຕິກຳ ຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່ ຈະແຈ້ງກ່ວາ - ảnh 1
ກອງປະຊຸມສຳມະນາຖືກຈັດຈຶ້ນຢູ່ ນະຄອນໂຮ່ຈີມິນ
(ພາບ: vov.vn)

(vovworld) – ວັນ​ທີ 14/4, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ສົມທົບ​ກັບ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ບາງ​ບັນ​ຫາ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູ​ນກາງ​ພັກ ກອມ​ມູນິດ ຫວຽດນາມ, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ​ໃຫ້​ຮູ້​ວ່າ, ຮອດ​ປີ 2016, ພາລະ​ກິດປ່ຽນ​​​ແປງ​ໃໝ່​ປະ​ເທດ​ຊາດ​ຄົບຮອບ 30 ປີ. ຫວຽດນາມ ສຸ້ຊົນ​ຮອດ​ປີ 2020 ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເລ​ແທງຫາຍ, ກຳມະການ​ກົມ​ການ​​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ຖື​ວ່າ: ຈຳ​ເປັນ​ຕ້ອງ​ເຮັດ​ໃຫ້ 3 ບັນຫາ​ຈຸດ​ສຸມ​ໃນ​ລະບອບ​ເສດຖະກິດ​ການ​ຕະຫຼາດຕາມກຳນົດ​ທິດ​ສັງຄົມ​ນິຍົມ​ຈະ​ແຈ້ງ​ກ່ວາ, ​ເຊິ່ງລວມມີ​ແນວ​ຄວມຄິດ ​ແລະ ການ​ກະທຳ​ໃນ​ການ​ປະຕິບັດ​ພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ລັດ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່​ນ​ໃນ​​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ.

    ວັນ​ທີ 15/4, ຄະນະ​ຜູ້​ແທນ​ສະພາ​ທິດ​ສະ​ດີ​ສູນ​ກາງ ຈະ​ໄປ​ສຳ​ຫຼວດສະພາບ​ການ​ຕົວ​ຈິງຢູ່ບັນດາຮາກ​ຖານ​ໃນ​ບໍລິ​ເວນ​ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ