ນັກສຶກສາລາວ ຢູ່ແຂວງ ກວາງນິງ ຕ້ອນຮັບບຸນປີໃໝ່

(VOVWORLD) - ລາຍການຕ້ອນຮັບບຸນປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ, ເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ລາວ ຕ້ອງຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ
ນັກສຶກສາລາວ ຢູ່ແຂວງ ກວາງນິງ ຕ້ອນຮັບບຸນປີໃໝ່ - ảnh 1(ທີ່ລາຍການຕ້ອນຮັບບຸນປີໃໝ່)

        ວັນທີ 15 ເມສາ, ຢູ່ນະຄອນ ອວງບີ, ແຂວງ ກວາງນິງ, ມະຫາວິທະຍາໄລ ຮະລອງ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ 2024 ໃຫ້ແກ່ນັກສຶກສາລາວ ພວມຮ່ຳຮຽນຢູ່ໂຮງຮຽນ. ໃນລາຍການ, ນັກສຶກສາ ລາວ ແລະ ຫວຽດນາມ ໄດ້ພ້ອມກັນສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ; ປະຕິບັດບາງພິທີກຳຂອງບຸນປີໃໝ່.

        ລາຍການຕ້ອນຮັບບຸນປີໃໝ່ ແມ່ນການເຄື່ອນໄຫວປະຈຳປີຂອງໂຮງຮຽນ, ເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນ ແລະ ໃຫ້ກຳລັງໃຈແກ່ນັກສຶກສາ ລາວ ຕ້ອງຕ້ອນຮັບບຸນປີໃໝ່ຢູ່ຫ່າງຈາກບ້ານເກີດເມືອງນອນ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງນັກຮຽນ, ນັກສຶກສາ 2 ຊາດ ຫວຽດນາມ - ລາວ. ນ້ອງ ພອຍໄພລິນ ວິໄລສຸກ, ນັກສຶກສາປີທີ 3, ພະແນກສິ່ງແວດລ້ອມ, ມະຫາວິທະຍາໄລ ຮະລອງ, ແບ່ງປັນວ່າ:

        “ເນື່ອງໃນໂອກາດບຸນປີໃໝ່, ທາງໂຮງຮຽນໄດ້ຈັດໃຫ້ພວກນ້ອງໄປຢ້ຽມຢາມ, ລົງຕົວຈິງທີ່ມີຄວາມໝາຍຢູ່ເຂດພາກກາງ. ພິເສດ, ແມ່ນໄດ້ໄປຢ້ຽມຢາມບັນດາສະຖານທີ່ປະຫວັດສາດ, ຄື: ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ, ຢ້ຽມຢາມຢູ່ແຂວງ ເງະອານ ເຊິ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ. ພວກນ້ອງຮັກຫອມ ແລະ ມີຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ຫຼາຍກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ