ຫວຽດ​ນາມ ຮູ້​ສຶກ​ເສຍ​ດາຍ ຕໍ່​ບັນ​ດາ​ຂໍ້​ມູນ​ທີ່​ຂາດ​ພາ​ວະ​ວິ​ໄສ​ຂອງ​ບົດ​ລາຍ​ງານ​ສິ​ດ​ທິ​ມະ​ນຸດ​ປະ​ຈຳ​ປີ​ຂອງ ອາ​ເມ​ລິ​ກາ

(VOVWORLD) -  ໃນຕອນບ່າຍວັນທີ 25 ເມສາ, ໃນການຖະແຫຼງຂ່າວນັດສາມັນກະຊວງການຕ່າງປະເທດ ທີ່ໄດ້ດຳເນີນຢູ່ ຮ່າໂນ້ຍ ເມື່ອເຕື້ອງເຖິງບົດລາຍງານສິດທິມະນຸດຂອງກະຊວງການຕ່າງປະເທດ ອາເມລິກາ ທີ່ໄດ້ຍົກອອກມາໃນວັນທີ 22 ເມສາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຮູ້ສຶກເສຍດາຍຕໍ່ບັນດາຂໍ້ມູນທີ່ຂາດພາວະວິໄສໃນບົດລາຍງານນີ້.
ຫວຽດ​ນາມ ຮູ້​ສຶກ​ເສຍ​ດາຍ ຕໍ່​ບັນ​ດາ​ຂໍ້​ມູນ​ທີ່​ຂາດ​ພາ​ວະ​ວິ​ໄສ​ຂອງ​ບົດ​ລາຍ​ງານ​ສິ​ດ​ທິ​ມະ​ນຸດ​ປະ​ຈຳ​ປີ​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ບົດລາຍງານສິດທິມະນຸດປະຈຳປີຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຍົກອອກມາໃນວັນທີ 22 ເມສາ ປີ 2024 ເຖິງວ່າ ໄດ້ສ່ອງແສງບັນດາຜົນງານ ແລະ ບາດກ້າວຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດແລ້ວກໍຕາມ ແຕ່ໜ້າເສຍດາຍ ຍັງຄົງສືບຕໍ່ມີບັນດາຂໍ້ສັງເກດທີ່ຂາດພາວະວິໄສ ອີງຕາມບັນດາຂໍ້ມູນທີ່ບໍ່ຊັດເຈນກ່ຽວກັບສະພາບການຕົວຈິງຂອງ ຫວຽດນາມ. ກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ໃນນັ້ນຖືມະນຸດເປັນໃຈກາງ, ເປັນກຳລັງໜູນໃນວິວັດການປ່ຽນແປງໃໝ່ ແລະ ວິວັດທະນາການພັດທະນາປະເທດຊາດ. ບັນດາສິດເສລີພື້ນຖານຂອງມະນຸດທີ່ໄດ້ຮັບຮູ້ໃນລັດຖະທຳມະນຸນຂອງ ຫວຽດນາມ ແລະ ໄດ້ປົກປ້ອງ, ຊຸກຍູ້ດ້ວຍບັນດາເອກະສານດ້ານກົດໝາຍຢ່າງລະອຽດ ແລະ ໄດ້ຈັດຕັ້ງຜັນຂະຫຍາຍໃນຕົວຈິງ. ຫວຽດນາມ ໄດ້, ພວມ ແລະ ຈະແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະ ບົນຈິດໃຈສ້າງສັນ ກັບ ອາເມລິກາ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີທັດສະນະແຕກຕ່າງກັນ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າກວ່າ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ.        

ຕອບກັບ

ຂ່າວ/ບົດ​ອື່ນ