ວັນປື້ມຫວຽດນາມ:ສ້າງວັດທະນະທຳອ່ານຢູ່ຫວຽດນາມ

ວັນປື້ມຫວຽດນາມ:ສ້າງວັດທະນະທຳອ່ານຢູ່ຫວຽດນາມ - ảnh 1
ຜູ້ມັກອ່ານປື້ມຊົມເຊີຍວັນປື້ມຫວຽດນາມ
ພາບ:internet

(vovworld)- ​ໂດຍ​ຕອບ​ສະຫນອງ​ເຫດການ: ວັນ​ປື້​ມຫວຽດນາມຄື​ວັນ​ທີ 21/4, ວັນ​ທີ ​ວັນ​ທີ 20/4, ຢູ່​ວັນ​ມຽວ - ກວກ​ຕືຢາມ ​ແລະ ຫໍ​ສະໝຸດ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ລາຍການ: ວັນ​ບຸນ​ປື້​ມ ພາຍ​ໃຕ້​ຫົວ​ຂໍ​ວ່າ: ປື້​ມ​ແມ່ນ​ຂໍ້ກຸນ​ແຈ​ແຫ່ງຜົນສຳ​ເລັດ ​ແລະ ກ່າ​ວຄ​ຳ​ເຫັນທີ່​ພິທີ​​ໄຂ​ວັນບຸນ​ດັ່ງກ່າວ, ທ່ານ ຮີ່ງຫວີງ​ອາຍ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ​ເນັ້ນ​ຫນັກ​ວ່າ:

“​ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຜູ້​ມັກ​ອ່ານ​ປື້​ມ, ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ປື້​ມ ມີ​ວັນ​ບຸນສະ​ເພາະ​ໃຫ້​ຕົນ​ເອງ​ຢ່າງ​ເປັນ​ທາງ​ການ- ນັ້ນ​ແມ່ນ​ວັນ​ປື້​ມຫວຽດນາມ 21/4. ນີ້​ກໍ​ແມ່ນ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຄວາມ​ເປັນ​ກຽດ​ຂອງ​ຂະ​ແຫນງ​ຫໍ​ສະໝຸດ.”

        ການ​ເຄື່ອນ​ໄຫວ​ຕອບ​ສະຫນອງ​ວັນ​ປື້​ມຫວຽດນາມ ດຳ​ເນີນ​ໄປ​ແຕ່​ວັນ​ທີ 20-26/4. ກ່ອນ​ຫນ້າ​ນັ້ນ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ປະກາດ​ຂໍ້​ຕົກລົງ​ຂອງ​ນາຍ​ົກລັດຖະມົນຕີ ​ເລືອກ​ເອົາ​ວັນ​ທີ 21/4 ປະຈຳ​ປີ ​ແມ່ນ​ວັນ​ປື້​ມຫວຽດນາມ ຢ່າງ​ເປັນ​ທາງ​ການ.

 

 

ຂ່າວ/ບົດ​ອື່ນ