ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ (ສະບັບປັບປຸງ)

ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ (ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) – ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຕອນ​ເຊົ້າ​ວັນ​ທີ 16/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ ຫວຽດນາມ (ສະບັບ​ປັບປຸງ). ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ສສຊ ​ເກືອບ​ທັງ​ໝົດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂອບ​ເຂດປັບປຸງ, ​ເພີ່ມ​ເຕີມ​ຄື​ໃນຮ່າງກ​ົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​​ຄຳ​ເຫັນສະ​ເໜີ​ຕ້ອງ​ຫັນ​ເງື່ອນ​ໄຂ​ພິຈາລະນາ​ເລື່ອງຊັ້ນ​ເປັນ​ລະອຽດ, ພິ​ເສດ​ແມ່ນ​ສຳລັບ​ຊັ້ນ​ພົນທ​ະຫານ, ກ່ຽວ​ກັບ​ລະບົບ​ເງິນ​ເດືອນ, ​ເຮືອ​ນຢູ່​ສຳລັບ​ນາຍ​ທະຫານ. ກ່ຽວ​ກັບ​ສິດ​​ຕັດສິນ​ແຕ່ງ​ຕັ້ງ​ສຳລັບ​ນາຍ​ທະຫານ, ຄຳ​ເຫັນ​ຈຳນວນ​ໜຶ່ງ​ຖື​ວ່າ: ຂໍ້ກຳນົດ​ສິດ​​ຂອງນາຍົກລັດຖະມົນຕີໃນການ​ແຕ່ງ​ຕັ້ງ, ປົດ​ຕຳ​ແໜ່​ງຈຳນວນ​ໜຶ່ງ​ຄື: ຮອງ​ຫົວໜ້າ​​ເສນາ​ທິການ, ຮອງ​ຫົວໜ​້າກົມ​ໃຫຍ່​ການ​ເມືອງ​ກອງທັບ ຄື​ໃນຮ່າງ​ກົດໝາຍ​ແມ່ນ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ. ຕາມ​ນັ້ນ​ແລ້ວ, ສິດ​​ຂອງ​ນາຍົກລັດຖະມົນຕີ ພຽງ​ແຕ່ “​ແຕ່ງ​ຕັ້ງ, ປົດ​ຕຳ​ແໜ່​ງຮອງ​ລັດຖະມົນຕີ ແລະ ຕຳ​ແໜ່​ງ​ທຽບ​ເທົ່າທີ່ຂຶ້ນກັບກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ”.

ຂ່າວ/ບົດ​ອື່ນ