ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳທ່ອງທ່ຽວກຳ່ປັນທະເລຫວຽດນາມ”

ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳທ່ອງທ່ຽວກຳ່ປັນທະເລຫວຽດນາມ” - ảnh 1
ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳທ່ອງທ່ຽວກຳ່ປັນທະເລຫວຽດນາມ”
(ພາບ: Quốc Việt/Vietnam+)


(vovworld) – ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ Festival ​ເຫ້ວ 2014, ຕອນ​ເຊົ້າ​ວັນ​ທີ 16/4, ຢູ່​ນະຄອນ​ເຫ້ວ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ຍຸດ​ທະ​ສາດ​ພັດທະນາ​ອຸດສາຫະກຳ​ທ່ອງ​ທ່ຽວ​ດ້ວຍກຳ່​ປັນ​ທະ​ເລ ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ຟັງ 19 ບົດປະກອບ​ຄວາມ​ເຫັນທັງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ລວມກ່ຽວ​ກັບ​ອຸດສາຫະກຳ​ທ່ອງ​ທ່ຽວ, ກຳນົດ​ທິດ​ພັດທະນາ​ຮູບ​ແບບ​ທ່ອງ​ທ່ຽວດ້ວຍ​ກຳ່​ປັນທະ​ເລ​ຢູ່ ຫວຽດນາມ. ປະຈຸ​ບັນ, ​ແຕ່ລະ​ປີ ຫວຽດນາມ ​ໄດ້​ຕ້ອນຮັບ​ແຂກ​ທ່ອງທ່ຽວດ້ວຍ​ກຳ່​ປັນ​ທະ​ເລປະມານ 200.000 ​ເທື່ອ​ຄົນ ​ແລະ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ ຫວຽດນາມ ດ້ວຍ​ກຳ່​ປັນ​ທະ​ເລ​ນັບ​ມື້​ນັບ​ຫຼາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂະ​ແໜງ​ອຸດສາຫະກຳ​ທ່ອງ​ທ່ຽວ ຫວຽດນາມ ຍັງ​ມີ​ຫຼາຍ​ສິ່ງ​ຈຳ​ກັດ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ພື້ນຖານ​ໂຄງ​ລ່າງ, ຜະລິດ​ຕະພັນ​ທ່ອງ​ທ່ຽວ, ວຽກ​ງານ​ສົ່ງ​ເສີມ​ການໂຄ​ສະ​ນາ​ຍັງ​ອ່ອນ​ດ້ອຍ ​ແລະ ຂາດ​ເຂີນ. ທ່ານ ​ໂຮ່​ແອງຕວນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ ກິລາ ​ແລະ ທ່ອງ​ທ່ຽວ, ​ໃຫ້​ຮູ້​ວ່າ:

        “ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ພວມ​ຊີ້​ນຳ​ກົມ​ໃຫຍ່​ທ່ອງ​ທ່ຽວ​ກະກຽ​ມລາຍການ​ເຄື່ອນ​ໄຫວ, ​ໃນ​ນັ້ນຕ້ອງພັດທະນາ ​ແລະ ກໍ່ສ້າງ​ບັນດາ​ທ່າ​ກຳ່​ປັນ​ຮັບ​ໃຊ້​ໃຫ້ການ​ທ່ອງ​ທ່ຽວ, ທີ 2 ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ພື້ນຖານ​ໂຄງ​ລ່າງ​ທ່ອງ​ທ່ຽວພັດທະ​ນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເພື່ອຮັບ​ໃຊ້​ໃຫ້​ທ່ອງ​ທ່ຽວ​ດ້ວຍ​ກ​ຳ່ປັນ​ທະ​ເລ”

 

ຂ່າວ/ບົດ​ອື່ນ