ໄຂສັບປະດາຟິມຮູບເງົາສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູຢູ່ ດ້ຽນບຽນ

(VOVWORLD) - ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ໂຄສະນາ, ສຶກສາ ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ
ໄຂສັບປະດາຟິມຮູບເງົາສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູຢູ່ ດ້ຽນບຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ
(ພາບ: qdnd.vn)

ຕອນຄ່ຳວັນທີ 24 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ໄດ້ໄຂສັບປະດາຟິມຮູບເງົາ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ຜ່ານບັນດາຟິມຮູບເງົາ ເພື່ອແນໃສ່ໂຄສະນາ, ສຶກສາ ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ການປະຕິວັດ ແລະ ລະດົມນ້ຳໃຈຮັກຊາດ, ລັດທິວິລະຊົນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈ ແລະ ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ ຫວຽດນາມ; ຍົກສູງບົດບາດ, ຂອບຂະໜາດ, ຄວາມໝາຍປະຫວັດສາດທີ່ສະຫງ່າລາສີຂອງບັ້ນຮົບ ດ້ຽນບຽນຝູ ແລະ ການຕໍ່ສູ້ຕ້ານ ຝລັ່ງ; ຢັ້ງຢືນບັນດາຜົນງານຂອງພັກ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍ, ຍາດເອົາເອກະລາດໃຫ້ແກ່ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ໃນບັນດາການເຄື່ອນໄຫວຂອງສັບປະດາ, ກົມຮູບເງົາໄດ້ແນະນຳ ແລະ ວາງສະແດງບາງພາບຖ່າຍເອກະສານ ກ່ຽວກັບຄະນະຜະລິດຟິມຮູບເງົາເອກະສານ ແລະ ຖ່າຍຮູບ ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ແລະ ມອບໃຫ້ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ເພື່ອເກັບຮັກສາ ແລະ ເສີມຂະຫຍາຍຄຸນຄ່າໂຄສະນາຊຸດພາບຖ່າຍເອກະສານທີ່ລ້ຳຄ່ານີ້ຢູ່ຫໍພິພິທະພັນໄຊຊະນະ ປະຫວັດສາດ ດ້ຽນບຽນຝູ. ສັບປະດາດັ່ງກ່າວຈັດຂຶ້ນຮອດວັນທີ 30 ເມສາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ