ເລີ່ມດຳເນີນການເລືອກຕັ້ງສະພາຕ່ຳ ອິນເດຍ ໃນທົ່ວປະເທດ

(VOVWORLD) - ການເລືອກຕັ້ງທົ່ວປະເທດຈະຄັດເລືອກເອົາສະມາຊິກກລັດຖະສະພາໃຫ້ 543 ທີ່ນັ່ງຢູ່ສະພາຕ່ຳ ອິນເດຍ ຊຸດໃໝ່
ເລີ່ມດຳເນີນການເລືອກຕັ້ງສະພາຕ່ຳ ອິນເດຍ ໃນທົ່ວປະເທດ - ảnh 1ເວລາຈັດການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ນີ້ ກໍ່ໄດ້ຮັບຖືວ່າແມ່ນສະຖິຕິ, ແກ່ຍາວເຖິງ 44 ວັນ
(ພາບ: ANI)

        ການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ໄດ້ເລີ່ມຈັດຂຶ້ນໃນວັນທີ 19 ເມສາ. ດ້ວຍເລື່ອງແກ່ຍາວເວລາປ່ອນບັດເລືອກຕັ້ງ (ແຕ່ວັນທີ 19 ເມສາ - 01 ມິຖຸນາ) ແລະ ມີການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງເກືອບ 1 ຕື້ຄົນ, ການເລືອກຕັ້ງປີນີ້ໄດ້ຮັບຖືວ່າແມ່ນໃຫຍ່ທີ່ສຸດໃນປະຫວັດສາດຂອງໂລກ.

        ການເລືອກຕັ້ງທົ່ວປະເທດຈະຄັດເລືອກເອົາສະມາຊິກກລັດຖະສະພາໃຫ້ 543 ທີ່ນັ່ງຢູ່ສະພາຕ່ຳ ອິນເດຍ ຊຸດໃໝ່, ກ່ອນທີ່ສະພາຕ່ຳຊຸດນີ້ສິ້ນສຸດອາຍຸການໃນວັນທີ 16 ມິຖຸນາ. ໃນການເລືອກຕັ້ງທົ່ວປະເທດຄັ້ງນີ້, ມີບາງລັດ ແລະ ເຂດແຄວ້ນລະຫວ່າງລັດຢູ່ ອິນເດຍ ກໍ່ຈະຈັດການປ່ອນບັດໃນຈຸດເວລາດຽວກັນ ເພື່ອເລືອກຕັ້ງສະພາທ້ອງຖິ່ນຊຸດໃໝ່.

        ເວລາຈັດການເລືອກຕັ້ງສະພາຕ່ຳ ອິນເດຍ ປີ 2024 ນີ້ ກໍ່ໄດ້ຮັບຖືວ່າແມ່ນສະຖິຕິ, ແກ່ຍາວເຖິງ 44 ວັນ. ດ້ວຍເນື້ອທີ່ດິນກວ້າງໃຫຍ່, ມີປະຊາກອນຫຼາຍທີ່ສຸດໃນໂລກ, ອິນເດຍ ຕ້ອງລະດົມແຫຼ່ງກຳລັງປ້ອງກັນຄວາມສະຫງົບຢ່າງສູງສຸດເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃຫ້ເວລາດຳເນີນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ