ຫວຽດ​ນາມ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ທານ ກຸ່ມ ອາ​ຊີ - ປາ​ຊີ​ຟິກ ປະ​ຈຳ ສ​ປ​ຊ ສຳ​ເລັດຢ່າງ​ດີ​ເລ​ີດ

(VOVWORLD) - ວັນທີ 29 ເມສາ, ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມສະຫຼຸບ ເດືອນ ເມສາ 2024 ຂອງກຸ່ມ ອາຊີ - ປາຊີຟິກ (APG) ໃນຖານະເປັນປະທານກຸ່ມ. ເຂົ້າຮ່ວມວາລະປະຊຸມດັ່ງກ່າວ ມີຜູ້ຕາງໜ້າຂອງຄະນະຜູ້ຕາງໜ້າ 50 ປະເທດສະມາຊິກກຸ່ມ APG ປະຈຳ ສປຊ.

ຫວຽດ​ນາມ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ປະ​ທານ ກຸ່ມ ອາ​ຊີ - ປາ​ຊີ​ຟິກ ປະ​ຈຳ ສ​ປ​ຊ ສຳ​ເລັດຢ່າງ​ດີ​ເລ​ີດ - ảnh 1ວາລະປະຊຸມສະຫຼຸບເດືອນ ເມສາ ຂອງກຸ່ມ ອາຊີ - ປາຊີຟິກ (ພາບ: VOV)

ໃນບົດລາຍງານສະຫຼຸບ,  ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ທົບທວນຄືນບັນດາໜ້າວຽກຢ່າງຫຼວງຫຼາຍເຊິ່ງ ຄະນະຜູ້ຕາງໜ້າ ຫວຽດນາມ ໄດ້ແກ້ໄຂໃນເດືອນ ເມສາ 2024 ເມື່ອຮັບດຳລົງຕຳແໜ່ງເປັນປະທານ APG, ໂດຍສະເພາະແມ່ນການປະສານງານ, ສັງລວມບັນດາຂໍ້ສະເໜີແນະ ແລະ ຂໍ້ມູນທີ່ກ່ຽວຂ້ອງເຖິງການອອກສະໝັກເລືອກຕັ້ງ, ເລືອກຕັ້ງຂອງບັນດາປະເທດສະມາຊິກ, ຊຸກຍູ້ຄວາມເຫັນດີເຫັນພ້ອມສຳລັບການສະເໜີຜູ້ອອກສະໝັກເລືອກຕັ້ງຂອງກຸ່ມ ເຂົ້າໃນຫຼາຍອົງການ ແລະ ທີ່ຕັ້ງສຳຄັນຂອງ ສປຊ.

ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າບັນດາປະເທດສະມາຊິກໃນກຸ່ມ ໄດ້ຕີລາຄາສູງການປະສານງານ, ບໍລິຫານຂອງ ຫວຽດນາມ ໃນບົດບາດເປັນປະທານ APG ເດືອນ ເມສາ 2024. ສິ້ນສຸດວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ມອບບົດບາດເປັນປະທານກຸ່ມໃຫ້ແກ່ຜູ້ຕາງໜ້າຄະນະຜູ້ຕາງໜ້າ ວານູວາຕູ ປະຈຳ ສປຊ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ