ຫວຽດນາມ ມີທ່າໄດ້ປຽບຈຳນວນໜຶ່ງເພື່ອກຽມພ້ອມໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ

(VOVWORLD) -ນັ້ນແມ່ນຄວາມຕັດສິນໃຈການເມືອງສູງຈາກສູນກາງ ຕະຫຼອດຮອດທ້ອງຖິ່ນ; ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກສາມາດດຶງດູດໄດ້ຫຼາຍວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ຂົງເຂດເອເລັກໂຕນິກ.
ຫວຽດນາມ ມີທ່າໄດ້ປຽບຈຳນວນໜຶ່ງເພື່ອກຽມພ້ອມໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງເຄິ່ງຊັກນຳໄຟຟ້າ
(ພາບ:VOV)

ກ່າວຄຳເຫັນທີ່ “ກອງປະຊຸມພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ອຸດສາຫະກຳເຄິ່ງຊັກນຳໄຟຟ້າ” ຈັດຂຶ້ນໃນຕອນບ່າຍວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຫວຽດນາມ ມີທ່າໄດ້ປຽບຕົ້ນຕໍຈຳນວນໜຶ່ງເພື່ອຢັ້ງຢືນວ່າໄດ້ກຽມພ້ອມໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ນັ້ນແມ່ນຄວາມຕັດສິນໃຈການເມືອງສູງຈາກສູນກາງ ຕະຫຼອດຮອດທ້ອງຖິ່ນ; ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກສາມາດດຶງດູດໄດ້ຫຼາຍວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ຂົງເຂດເອເລັກໂຕນິກ. ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ກຳນົດເປົ້າໝາຍຮອດປີ 2030, ນັກວິສະວະກອນ ຫວຽດນາມ ຈະເຂົ້າຮ່ວມເລິກເຊິ່ງໃນຂັ້ນຕອນອອກແບບ, ຂັ້ນຕອນຫຸ້ມຫໍ່ ແລະ ກວດກາທົດລອງ. ເປັນເຈົ້າການໄດ້ສ່ວນໜຶ່ງໃນເຕັກໂນໂລຊີຫຸ້ມຫໍ່ ແລະ ກວດກາທົດລອງ, ກຳແໜ້ນເຕັກໂນໂລຊີໃນຂັ້ນຕອນຜະລິດເທື່ອລະກ້າວ.

        ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ ເນັ້ນໜັກວ່າ ຫວຽດນາມ ກໍ່ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບເກືອບທຸກໆປະເທດທີ່ມີຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າພັດທະນາ ແລະ ຫວຽດນາມ ພວມມີຫຼາຍໂອກາດເພື່ອເຂົ້າຮ່ວມລະບົບບມູນຄ່າຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ