ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິພົ້ນຕຳແຫນ່ງປະທານປະເທດ, ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ສຳລັບ ທ່ານຫວໍວັນເຖືອງ

(VOVWORLD) -ຕອນເຊົ້າວັນທີ 21 ມີນາ,       ກອງປະຊຸມວິສາມັນຄັ້ງທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນຢູ່ ຫໍສະພາແຫ່ງຊາດ ທີ່ນະຄອນຫລວງ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິພົ້ນຕຳແຫນ່ງປະທານປະເທດ, ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ສຳລັບ ທ່ານຫວໍວັນເຖືອງ - ảnh 1ທ່ານ ຫວໍວັນເຖືອງ. ພາບ: TTXVN

ທີ່ກອງປະຊຸມ,ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບເລື່ອງຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ເຈີນຕວນແອັງ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດ ແຂວງແຄງຮ່ວາ, ພິຈາລະນາເລື່ອງພົ້ນຕຳແຫນ່ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026 ແລະ ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ຫວໍວັນເຖືອງ ຂຶ້ນກັບ ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ດ່າຫນັງ; ພິຈາລະນາເລື່ອງປົດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XV ສຳລັບ ທ່ານນາງ ຮວ່າງທິຖູຍລານ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ ຫວີງຟຸກ.

ພາຍຫລັງໄດ້ຮັບຟັງການລາຍງານ,  ໃບສະເຫນີ,  ຄຳເຫັນຂອງທ່ານຫວໍວັນເຖືອງ, ສະພາແຫ່ງຊາດໄດ້ດຳເນີນການປຶກສາຫາລື, ປ່ອນບັດລັບ ແລະ ຮັບຮອງເອົາມະຕິກ່ຽວກັບການພົ້ນຕຳແຫນ່ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021-2026 ແລະ ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ຫວໍວັນເຖືອງ, ມະຕິກ່ຽວກັບການງົດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XV ສຳລັບທ່ານນາງ ຮ່ວາງທິຖຸຍລານ.

ຕອບກັບ

ຂ່າວ/ບົດ​ອື່ນ