ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ

(VOVWORLD) - ທ່ານລັດຖະມົນຕີ ຟານວັນຢາງ ຕີລາຄາສູງໝາກຜົນການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11 ເຊິ່ງ 2 ຝ່າຍຫາກໍ່ຈັດຂຶ້ນ,
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Kim Seon Ho
(ພາບ: TTXVN)

        ວັນທີ 24 ເມສາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Kim Seon Ho, ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຕີລາຄາສູງໝາກຜົນການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11 ເຊິ່ງ 2 ຝ່າຍຫາກໍ່ຈັດຂຶ້ນ, ພ້ອມທັງເນັ້ນໜັກວ່າ ໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດທີ່ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ ບົນພື້ນຖານບັນດາເນື້ອໃນຮ່ວມມືສຳຄັນເຊິ່ງລັດຖະມົນຕີ 2 ປະເທດໄດ້ເປັນເອກະພາບກັນໃນການຢ້ຽມຢາມເມື່ອເດືອນ ມີນາ 2023.

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຫຼາຍຂົງເຂດໃຫ້ມີປະສິດທິຜົນ, ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ; ອຸດສາຫະກຳປ້ອງກັນຊາດ; ເປັນເອກະພາບເນື້ອໃນບົດບັນທຶກໃນຂົງເຂດຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ