ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການຫັນເປັນດີຈີຕອນແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນບ່າຍວັນທີ 24 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດຮັບໃຊ້ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການຫັນເປັນດີຈີຕອນແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າຂອງ ຫວຽດນາມ, ໃນນັ້ນ, ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າໄດ້ສວມບົດບາດສຳຄັນໃນການຫັນເປັນດີຈີຕອນ; ແມ່ນພື້ນຖານຂອງການຫັນປ່ຽນ 3 ຢ່າງ, ລວມມີ: ການຫັນເປັນດີຈີຕອນ, ເຫັນເປັນສີຂຽວ, ເຫັນເປັນອັດສະລິຍະ.

        ທ່ານນາຍົກລັດຖະມົນຕີໃຫ້ຂໍ້ສັງເກດວ່າ, ຍ້ອນສະພາບການໂລກມີການຜັນແປຢ່າງສັບສົນ, ປະຈຸບັນພວມມີທ່າອ່ຽງຫັນປ່ຽນລະບົບຜະລິດ, ລະບົບສະໜອງໃນທົ່ວໂລກ, ໃນນັ້ນ, ຫວຽດນາມ ໄດ້ກຳນົດວ່າແມ່ນໜຶ່ງໃນຈຳນວນໜ້ອຍປະເທດໄດ້ຮັບຄວາມສົນໃຈ. ນີ້ທັງແມ່ນໂອກາດ, ແຕ່ກໍ່ແມ່ນສິ່ງທ້າທາຍຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໄປພ້ອມກັບບັນດາປັດໃຈເປັນທ່າສະດວກ, ຫວຽດນາມ ຕ້ອງຕອບສະໜອງບັນດາເງື່ອນໄຂອື່ນດ້ານພື້ນຖານໂຄງລ່າງ ແລະ ລະບອບລະບຽບການ, ພິເສດແມ່ນແຫຼ່ງຊັບພະຍາກອນຮັບໃຊ້ການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຊອກຫາມາດຕະການແກ້ໄຂ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວໃນໄລຍະສັ້ນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ