ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: WFP ກ່າວ​ເຕື​ອນ​ເກີດໄພ​​ອຶດ​ຫິວຢ່າງ​​ຮ້າຍ​ແຮງ​ຢູ່​ເຂດ ກາ​ຊາ

(VOVWORLD) - ໄພອຶດຫິວກຳລັງສະກົດຢູ່ເຂດ ກາຊາ ແລະ ສະພາບການນັບມືິ້ນັບຮ້າຍແຮງຂຶ້ນຕື່ມ. ມີຫຼັກຖານຊີ້ໃຫ້ເຫັນວ່າ ເຂດ ກາຊາ ຈະຢູ່ເກີນບັນດາລະດັບຂາດຄວາມໝັ້ນຄົງດ້ານສະບຽບອາຫານ, ຂາດສານອາຫານ ແລະ ເສຍຊີວິດໃນ 6 ເດືອນ ຈະມາເຖິງ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: WFP ກ່າວ​ເຕື​ອນ​ເກີດໄພ​​ອຶດ​ຫິວຢ່າງ​​ຮ້າຍ​ແຮງ​ຢູ່​ເຂດ ກາ​ຊາ - ảnh 1ປະຊາຊົນຢູ່ຄ້າຍລີ້ໄພ Maghazi, ເຂດ ກາຊາ ໃນວັນທີ 7 ທັນວາ 2023 (ພາບ: TTXVN)

ຕາມບົດລາຍງານຂອງອົງການອາຫານໂລກ (WFP) ສະບັບອອກວັນທີ 24 ເມສາ ແລ້ວ, ເຂດ ກາຊາ ອາດຈະເກີນລະດັບກ່າວເຕືອນກ່ຽວກັບໄພອຶດຫິວ, ຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ຂາດສານອາຫານ ແລະ ກໍລະນີເສຍຊີວິດຍ້ອນໄພອຶດຫິວພາຍໃນເວລາ 6 ເດືອນຈະມາເຖິງ. ທ່ານ Gian Caro Cirr ຫົວໜ້າຫ້ອງການ Geneva ຂອງ WFP ຊີ້ແຈ້ງວ່າ ໄພອຶດຫິວກຳລັງສະກົດຢູ່ເຂດ ກາຊາ ແລະ ສະພາບການນັບມືິ້ນັບຮ້າຍແຮງຂຶ້ນຕື່ມ. ມີຫຼັກຖານຊີ້ໃຫ້ເຫັນວ່າ ເຂດ ກາຊາ ຈະຢູ່ເກີນບັນດາລະດັບຂາດຄວາມໝັ້ນຄົງດ້ານສະບຽບອາຫານ, ຂາດສານອາຫານ ແລະ ເສຍຊີວິດໃນ 6 ເດືອນ ຈະມາເຖິງ.

        ກໍໃນວັນດຽວກັນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະຜັນຂະຫຍາຍກຳລັງໄປນະຄອນ Rafah. ຕາມແຫຼ່ງຂ່າວດັ່ງກ່າວ, ອິດສະຣາແອັນ ກໍພວມກະກຽມວຽກງານຍົກຍ້າຍສາມັນຊົນ ປາແລັດສະຕິນ ເພາະວ່າການປະທະກັນຢູ່ນະຄອນ Rafah.

        ວັນທີ 24 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ສ້າງເງື່ອນໄຂເພື່ອໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວໃໝ່ ສາມາດສົ່ງເຖິງມືຂອງປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ໃນທັນທີ. ພ້ອມທັງເນັ້ນໜັກວ່າ ອິດສະຣາແອັນ ຕ້ອງຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອທັງໝົດນັ້ນ ສົ່ງຮອດມືຂອງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ໂດຍບໍ່ໄດ້ຊັກຊ້າ.

      


ຕອບກັບ

ຂ່າວ/ບົດ​ອື່ນ