ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

(VOVWORLD) - ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.
ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ - ảnh 1ພາບປະກອບ: TTXVN

ວັນທີ 26 ເມສາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ຄະນະກຳມະການປະຊາຊົນ ແຂວງ ດັກລັກ ໄດ້ຮ່ວມເປັນເຈົ້າພາບຈັດກອງປະຊຸມ ສົ່ງເສີມການຄ້າ ແລະ ພັດທະນາ ການນຳເຂົ້າສົ່ງອອກແຂວງ ໄຕງວຽນ ຕາມຮູບແບບທາງໄກ ສົມທົບກັບເຊິ່ງໜ້າ. ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ. ພ້ອມກັນນັ້ນແມ່ນ ໝາກຜົນຂອງບາງການເຄື່ອນໄຫວສົ່ງເສີມການຄ້າ ໃນບັນດາພື້ນຖານສື່ສັງຄົມອອນໄລ ແລະ ຕະຫຼາດເອເລັກໂຕນິກ, ສະພາບຕົວຈິງ, ໂອກາດ, ສິ່ງທ້າທາຍ ແລະ ວິທີການພັດທະນາການນຳເຂົ້າສົ່ງອອກ, ສົ່ງເສີມການຄ້າ ໃນປີນີ້ ແລະ ຊຸມປີຕໍ່ໄປໃຫ້ແກ່ເຂດໄຕງວຽນ.

ຢູ່ນອກກອງປະຊຸມ, ຈະດຳເນີນບັນດາການເຄື່ອນໄຫວວາງສະແດງ, ແນະນຳ, ໂຄສະນາ ຜະລິດຕະພັນຂອງບັນດາຜູ້ສະໜອງສິນຄ້າ, ການບໍລິການທັງຢູ່ພາຍໃນ ແລະ ນອກເຂດໄຕງວຽນ ກັບບັນດາວິສາຫະກິດສົ່ງອອກ ແລະ ຈັດການສົ່ງເສີມການຄ້າ; ຈັດການເຊື່ອມຕໍ່ແລກປ່ຽນການຄ້າແບບທາງໄກ ລະຫວ່າງວິສາຫະກິດ ຜະລິດ, ການຄ້າ… ທັງຢູ່ພາຍໃນ ແລະ ນອກເຂດໄຕງວຽນກັບ 30 ຜູ້ນຳເຂົ້າທີ່ມາຈາກບັນດາຕະຫຼາດສົ່ງເຂົ້າສຳຄັນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ