ໄຂ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2024

(VOVWORLD) - ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດປີ 2023 ຂອງ ຫວຽດນາມ ບັນລຸເກືອບ 500 ຕື້ USD, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2022. 

ນີ້ແມ່ນຂໍ້ມູນຂ່າວສານທີ່ໜ້າສົນໃຈໃນພິທີໄຂສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2024 ແລະ ເວທີປາໄສສາກົນເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2024 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ.

ໄຂ​ສັບ​ປະ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ ປີ 2024 - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດເຕິນ  (ພາບ: qdnd.vn) 

              ຕາມການຕີລາຄາຂອງອົງການໃຫ້ຄຳປຶກສາໃນການກຳນົດມູນຄ່າເຄື່ອງໝາຍການຄ້າແຖວໜ້າໂລກ - Brand Finance, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ມີລະດັບການເຕີບໂຕ 102% ໃນໄລຍະແຕ່ປີ 2019 – 2023. ທ່ານຮອງລັດຖະມົນຕີການຕ່າງປະເທດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍີດເຕິນ ໃຫ້ຮູ້ວ່າ:

              “ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນໃນເວທີສາກົນ. ພ້ອມທັງສະແດງຄວາມເປັນເຈົ້າການ ແລະ ຂອບຂະໜາດຂອງ ຫວຽດນາມ ໃນການເຊື່ອມໂຍງສາກົນ, ປະກອບສ່ວນຊຸກຍູ້ຄວາມຮັບຮູ້ລວມກ່ຽວກັບສາຍສຳພັນຢ່າງສະໜິດແໜ້ນລະຫວ່າງເຄື່ອງໝາຍການຄ້າແຫ່ງຊາດ ກັບເຄື່ອງໝາຍຂອງຜະລິດຕະພັນ, ເຄື່ອງໝາຍຂອງວິສາຫະກິດ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ