ໄຂ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນ St. Petersburg (ລັດ​ເຊຍ)

(VOVWORLD) - ວັນທີ 23 ເມສາ, ກອງປະຊຸມສາກົນກ່ຽວກັບຄວາມໝັ້ນຄົງ ໄດ້ໄຂຂຶ້ນຢູ່ນະຄອນ St.Petersburg ຂອງ ລັດ ເຊຍ, ໄດ້ເຕົ້າໂຮມຜູ້ແທນຂັ້ນສູງກ່ຽວກັບຄວາມໝັ້ນຄົງຂອງບັນດາປະເທດ. ກອງປະຊຸມຈະດຳເນີນຮອດວັນທີ 25 ເມສາ ຈຶ່ງອັດລົງ.
ໄຂ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່​ນະ​ຄອນ St. Petersburg (ລັດ​ເຊຍ) - ảnh 1ແຈໜຶ່ງຂອງນະຄອນ St. Petersburg (ພາບປະກອບ: Euronews)

ວັນທີ 23 ເມສາ, ກອງປະຊຸມ ແມ່ນບັນດາເລຂາສະພາຄວາມໝັ້ນຄົງ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ບັນດາຮອງນາຍົກລັດຖະມົນຕີທີ່ຮັບຜິດຊອບວຽກງານນີ້, ຜູ້ນຳໜ້າບັນດາອົງການຄວາມໝັ້ນຄົງ ແລະ ບັນດາອົງການພິເສດ, ກໍຄືຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນ. ເຫດການໄດ້ດຳເນີນພາຍໃນ 3 ວັນ ໂດຍສຸມໃສ່ເຂົ້າການຮັບປະກັນການສະໜອງຄວາມປອດໄພດ້ານຂໍ້ມູນຂ່າວສານໃນສະພາບການໂລກພວມແບ່ງຂົ້ວ. ໂຄງການດຳເນີນງານກໍລວມທັງບັນດາບັນຫາຮັກສາສີສັນຊາດ, ບັນດາຄຸນຄ່າທີ່ເປັນມູນເຊື້ອ ຄືດັ່ງປັດໄຈບໍ່ອາດຂາດໄດ້ໃນການໜູນຊ່ວຍຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບສາກົນ. ນອກຈາກນັ້ນແລ້ວ, ຜູ້ຕາງໜ້າຂອງບັນດາປະເທດຈະປຶກສາຫາລືກັບການຮ່ວມມື ເພື່ອແນໃສ່ສະກັດກັ້ນສະພາບອົບພະຍົບແບບຜິດກົດໝາຍ ກໍຄື ປົກປ້ອງປະຊາຊົນໃນການປະທະກັນຕ່າງໆ ແລະ ບັນດາກໍລະນີສຸກເສີນຍ້ອນໄພພິບັດ.  

ຕອບກັບ

ຂ່າວ/ບົດ​ອື່ນ