ໂລກ​ອາ​ຣັບ​ ເສຍ​ຫວັງ​ຕໍ່​ການບໍ່​ຮັບ​ຮອງ​ເອົາ ມະ​ຕິບໍ່​ຮັບ​ຮູ້​ລັດ Palestine ເອ​ກະ​ລາດ

(VOVWORLD) -  ຫຼາຍປະເທດອາຣັບ ແລະ ມຸດສະລິມຢູ່ພາກພື້ນຕາເວັນອອກກາງ ແລະ ອາຟຼິກກາເໜືອ ກໍ່ໄດ້ສະແດງຄວາມເສຍຫວັງ ຕໍ່ເລື່ອງສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາມະຕິດຮັບຮູ້ລັດ Palestine ເອກະລາດ.
ໂລກ​ອາ​ຣັບ​ ເສຍ​ຫວັງ​ຕໍ່​ການບໍ່​ຮັບ​ຮອງ​ເອົາ ມະ​ຕິບໍ່​ຮັບ​ຮູ້​ລັດ Palestine ເອ​ກະ​ລາດ  - ảnh 1

(ພາບປະກອບ: Reuters)

     ວັນທີ 19 ເມສາ, ບັນດາປະເທດອາຣັບ ພ້ອມກັນສະແດງຄວາມເສຍຫວັງ ຂະນະທີ່ ສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາມະຕິກ່ຽວກັບການຮັບຮູ້ລັດ Palestine ເອກະລາດ.

   ໃນວັນດຽວກັນ, ກະຊວງ ຈໍແດນ ໄດ້ອອກແຈ້ງການໂດຍເນັ້ນໜັກວ່າ, ສະພາຄວາມໝັ້ນຄົງ ສປຊ ຕ້ອງຮັບຮູ້ລັດ Palestine, ເພື່ອແນໃສ່ສະກັດກັ້ນເລື່ອງ Israel ສືບຕໍ່ຍາດເອົາສິດທີ່ຊອບທຳຂອງຊາວ Palestine, ໃນນັ້ນ ມີສິດເສລີ ແລະ ສ້າງຕັ້ງລັດສະເພາະ. ຕາມກະຊວງການຕ່າງປະເທດ ຈໍແດນ, ເນື້ອໃນຈິດໃນລວມຂອງປະຊາຄົມໂລກ ແມ່ນຈະສະໜັບສະໜູນມາດຕະການສອງລັດ.

     ຫຼາຍປະເທດອາຣັບ ແລະ ມຸດສະລິມຢູ່ພາກພື້ນຕາເວັນອອກກາງ ແລະ ອາຟຼິກກາເໜືອ ກໍ່ໄດ້ສະແດງຄວາມເສຍຫວັງ ຕໍ່ເລື່ອງສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາມະຕິດຮັບຮູ້ລັດ Palestine ເອກະລາດ, ໂດຍ Algeria ຍື່ນສະເໜີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ