ຮັກ​ສາ​ການ​ປະ​ທານ​ປະ​ເທດ​ຕ້ອນ​ຮັບ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ອານ​ເຊ​ຣີ​ ເຂົ້າ​ຢ້ຽມ​ອຳ​ລາ

(VOVWORLD) - ທ່ານນາງຮັກສາການປະທານປະເທດ ຫວຽດນາມ ປາດຖະໜາວ່າ ໃນໄລຍະທີ່ຈະມາເຖິງ, ສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມື, ຍົກສູງລະດັບການພົວພັນ, ສະໜັບສະໜູນຊື່ງກັນ ແລະ ກັນບົນເວທີສາກົນ.
ຮັກ​ສາ​ການ​ປະ​ທານ​ປະ​ເທດ​ຕ້ອນ​ຮັບ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ອານ​ເຊ​ຣີ​ ເຂົ້າ​ຢ້ຽມ​ອຳ​ລາ - ảnh 1(ພາບ: VOV)

     ຕອນເຊົ້າວັນທີ 24 ເມສາ, ຢູ່ທຳນຽບປະທານປະເທດທີ່ ຮ່າໂນ້ຍ, ທ່ານນາງ ຫວໍ້ທິແອັງຊວັນ ຮັກສາການປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ທ່ານ Abdelhamid Boubazine ເອກອັກຄະລັດຖະທູດ ອານເຊຣີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດອາຍຸການປະຕິບັດງານ.

      ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio,  ທ່ານນາງຮັກສາການປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຕີລາຄາສູງອາລົມຈິດ, ຄວາມສຸດຈິດສຸດໃຈ, ແລະ ຄວາມມານະພະຍາຍາມຂອງ ທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນຫຼາຍດ້ານ ຫວຽດນາມ-ຍີ່ປຸ່ນ, ໃນນັ້ນ, ໜ້າສົນໃຈແມ່ນເລື່ອງສອງປະເທດ ຍົກລະດັບຂອບເຂດການພົວພັນສອງປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ” ແລະ ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ (1973-2023).

     ໃນການຕ້ອນຮັບທ່ານເອກອັກຄະລັດຖະອາເຊຣີ Abdelhamid Boubazine ທ່ານນາງຮັກສາການປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຕີຊີ້ແຈ້ງວ່າ ຫວຽດນາມ ແລະ ອາເຊຣີ ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ສະໜິດຕິດພັນ, ສະໜັບສະໜູນຊື່ງກັນ ແລະ ກັນໃນຊຸມປີເດືອນຕໍ່ສູ້ຍາດເອົາເອກະລາດ; ທ່ານນາງເນັ້ນໜັກວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ພິເສດແມ່ນໃນຂົງເຂດພະລັງງານ ແລະ ກະສິກຳ. ທ່ານນາງຮັກສາການປະທານປະເທດ ຫວຽດນາມ ປາດຖະໜາວ່າ ໃນໄລຍະທີ່ຈະມາເຖິງ, ສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມື, ຍົກສູງລະດັບການພົວພັນ, ສະໜັບສະໜູນຊື່ງກັນ ແລະ ກັນບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ