ອາຊຽນ ອອກຖະແຫຼງການກ່ຽວກັບສະພາບການປະທະກັນເຄັ່ງຕຶງຂຶ້ນຢູ່ ມຽນມາ

(VOVWORLD) - ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ປະຕິບັດຄວາມລະງັບໃຈຢ່າງສຸດຂີດ ແລະ ມີບັນດາບາດກ້າວຮີບດ່ວນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ
ອາຊຽນ ອອກຖະແຫຼງການກ່ຽວກັບສະພາບການປະທະກັນເຄັ່ງຕຶງຂຶ້ນຢູ່ ມຽນມາ - ảnh 1ຜູ້ນຳໜ້າ ອຳນາດການປົກຄອງດ້ານການທະຫານ ມຽນມາ ທ່ານ Min Aung Hlaing ພົບປະກັບທູດພິເສດອາຊຽນ ກ່ຽວກັບບັນຫາ ມຽນມາ ອາລຸນແກ້ວ ກິດຕິຄຸນ
(ພາບ: Reuters)

        ວັນທີ 18 ເມສາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບສະພາບການປະທະກັນພວມເຄັ່ງຕຶງຂຶ້ນຢູ່ ມຽນມາ.

        ຕາມຖະແຫຼງການຮ່ວມແລ້ວ, ອາຊຽນ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການເຄັ່ງຕຶງຂຶ້ນຫວ່າງມໍ່ໆມານີ້ຢູ່ ມຽນມາ, ໂດຍສະເພາະແມ່ນຢູ່ເທດສະບານເມືອງ Myawaddy, ລັດ Kayin ແລະ ຢູ່ລັດ Rakhine, ເຮັດໃຫ້ປະຊາຊົນ ມຽນມາ ນັບພັນຄົນບໍ່ມີເຮືອນຢູ່.

        ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ປະຕິບັດຄວາມລະງັບໃຈຢ່າງສຸດຂີດ ແລະ ມີບັນດາບາດກ້າວຮີບດ່ວນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແນໃສ່ຫຼຸດຜ່ອນການສົງຜົນກະທົບຂອງການປະທະກັນຕໍ່ການດຳລົງຊີວິດ, ຄວາມປອດໄພຂອງປະຊາຊົນ ມຽນມາ ທຸກໆຄົນ, ກໍຄືພົນລະເມືອງຕ່າງປະເທດອາໄສຢູ່ ມຽນມາ.

        ລັດຖະມົນຕີການຕ່າງປະເທດ ອາຊຽນ ກໍຢືນຢັນຄືນໃໝ່ຄຳໝັ້ນສັນຍາໜູນຊ່ວຍ ມຽນມາ ຊຸກຍູ້ການເຈລະຈາລະດັບຊາດ, ມຸ່ງໄປເຖິງມາດຕະການແກ້ໄຂດ້ານການເມືອງຢ່າງຍາວນານ ແລະ ຮອບດ້ານໃຫ້ແກ່ວິກິດການໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ