ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຮຸງກາຣີ

(VOVWORLD) -ຕອນບ່າຍວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸງກາຣີ Márta Mártrai ທີ່ພວມຢ້ຽມຢາມຫວຽດນາມ
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຮຸງກາຣີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານນາງຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸງກາຣີ Márta Mártrai

     ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ຮຸງກາຣີ, ເປັນຄູ່ຮ່ວມມືທີ່ມີມາແຕ່ດົນນານ ແລະ ເປັນຄູ່ຮ່ວມມືຮອບດ້ານທຳອິດ ແລະ ໜຶ່ງດຽວຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ. ທ່ານປະທານສະພາແຫ່ງຊາດໄດ້ຕີລາຄາສູງການເຈລະຈາ, ຫົວຂໍ້ຂອງການໂອ້ລົມສົນທະນາກ່ຽວກັບການສ້າງກົດໝາຍຄັ້ງທີ 5 ລະຫວ່າງທ່ານນາງ Márta Mátrai ກັບທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 16 ເມສາ ຢູ່ ຮ່າໂນ້ຍ. 2 ຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດຄື: ການເມືອງ - ການທູດ; ເສດຖະກິດ-ການຄ້າ-ການລົງທຶນ, ເນື້ອໃນກ່ຽວຂ້ອງເຖິງກົດໝາຍວ່າດ້ວຍສັນຍາສາກົນ; ການຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ.

            ສ່ວນທ່ານນາງ Márta Mátrai, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຮຸງກາຣີ ຢືນຢັນວ່າ, ຮຸງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍເພີ່ມທະວີ ແລະ ຂະຫຍາຍການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນຂົງເຂດ ການທູດ, ເສດຖະກິດ, ລັດຖະສະພາ... ກົງກັນຂ້າມ, ຢູ່ສະຫະພາບເອີລົບ, ຮົງກາລີ ແມ່ນຂົວຕໍ່ລະຫວ່າງບັນດາປະເທດສະມາຊິກກັບ ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ Márta Mátrai ໃຫ້ຮູ້ວ່າ: ເດືອນມິຖຸນານີ້, ຮຸງກາຣີ ຈະດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ). ຮຸງກາຣີ ຈະສະໜັບສະໜູນເລື່ອງຊຸກຍູ້ ບັນດາ ປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນ ສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA); ຮຽກຮ້ອງໃຫ້ຄະນະກຳມະການເອີລົບ (EC) ຍົກເລີກຄຳເຕືອນ “ບັດເຫຼືອງ” ກ່ຽວກັບສິນໃນນ້ຳຫວຽດນາມ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ