ວັນທີ 15 ເມສາ, ໄຂກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ; ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຍຸຕິທຳສຳລັບຜູ້ຍັງບໍ່ທັນເຖິງກະສຽນອາຍຸ; ຮ່າງກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); 

 

ຕາມແຜນການແລ້ວ, ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ ຈະຈັດຂຶ້ນໃນຕອນບ່າຍວັນທີ 15 ເມສາ, ແລະ ວັນທີ 16,17,19 ແລະ ຕອນເຊົ້າວັນທີ 22 ເມສາ, ຢູ່ ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມ, ກ່າວຄຳເຫັນໄຂ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ເປັນປະທານໝູນວຽນບັນດາເນື້ອໃນທີ່ກອງປະຊຸມ.

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ; ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍຍຸຕິທຳສຳລັບຜູ້ຍັງບໍ່ທັນເຖິງກະສຽນອາຍຸ; ຮ່າງກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການວາງແຜນຜັງເມືອງ ແລະ ວາງແຜນຜັງເຂດຊົນນະບົດ. ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບແຜນການສ້າງກົດໝາຍ, ລັດຖະບັນຍັດປີ 2025, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດລົງປີ 2024.

                ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບບັນດາບົດລາຍງານ, ໝາກຜົນການຕິດຕາມກວດກາບາງການເຄື່ອນໄຫວຂອງສະພາແຫ່ງຊາດ; ປະກອບຄຳເຫັນບາງໃບສະເໜີກ່ຽວກັບການຕັດສິນບັນດາບັນຫາສຳຄັນອື່ນໆອີກ... ກໍ່ໃນກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ຄາດວ່າຈະໄຂຂຶ້ນໃນເດືອນ ພຶດສະພາ 2024); ເລື່ອງຈັດຕັ້ງຄືນສູນ IT ກາຍເປັນກົມ IT ແລະ ຂໍ້ມູນກວດສອບບັນຊີຂຶ້ນກັບອົງການກວດສອບແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ