ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ

(VOVWORLD) - ຫວຽດນາມ ຊົມເຊີຍບັນດານັກລົງທຶນ ຈີນ ທີ່ມາລົງທຶນໃນບັນດາຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ
ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ - ảnh 1 (ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)

        ໂດຍສືບຕໍ່ການຢ້ຽມຢ້າມ ຈີນ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນ ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ. ມີຜູ້ຕາງໜ້າປະຊາຄົມວິສາຫະກິດຂອງ 2 ປະເທດເກືອບ 400 ຄົນເຂົ້າຮ່ວມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນຂອງ 2 ປະເທດ. ທ່ານເນັ້ນໜັກວ່າ, 2 ປະເທດລ້ວນແຕ່ມີພື້ນຖານສດຖະກິດເປີດ, ດ້ວຍການສົ່ງອອກສວມບົດບາດສຳຄັນ; ມີກຳລັງຮັບມືກັບບັນດາຫຼັກການການຄ້າສາກົນ; 2 ພື້ນຖານເສດຖະກິດທີ່ເໝາະສົມ, ຕິດພັນ ແລະ ເພີ່ມເຕີມໃຫ້ແກ່ກັນ…

        “ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາທ້ອງຖິ່ນຂອງ 2 ປະເທດ ເພື່ອແບ່ງປັນບົດຮຽນໃນການສ້າງນະໂຍບາຍ,  ກົດໝາຍວ່າດ້ວຍວິສາຫະກິດ, ການລົງທຶນ, ຮັບມືກັບການປ່ຽນແປງຢ່າງວ່ອງໄວຂອງວິທະຍາສາດ, ເຕັກໂນໂລຊີ ແລະ ສະພາບແວດລ້ອມສາກົນໃນປະຈຸບັນ. ຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ບົນຈິດໃຈ “ພ້ອມກັນຮັບໄຊຊະນະ, ພ້ອມກັນມີຜົນປະໂຫຍດ”, ພິເສດແມ່ນຫັນບັນດາໝາກຜົນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈິງ”.

        ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ, ຫວຽດນາມ ຊົມເຊີຍບັນດານັກລົງທຶນ ຈີນ ທີ່ມາລົງທຶນໃນບັນດາຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ.

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ - ảnh 2(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສູູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ)

        ແລະກໍ່ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ເມສາ, ພາຍຫຼັງເດີນທາງອອກຈາກ ປັກກິ່ງ ໄປ ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສູູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ, ນະຄອນ ຊຽງໄຮ້.

        ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຊົມເຂດວາງສະແດງ, ຮັບຟັງການແນະນຳກ່ຽວກັບສູນ; ການພົວພັນລະຫວ່າງສູນກັບກຳມາທິການກົດໝາຍຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ບັນດາອົງການ, ອົງການຈັດຕັ້ງໃນລະບົບການເມືອງ ກໍຄືຢູ່ທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ອົງການທີ່ມີໜ້າທີ່ ຫວຽດນາມ ພວມກວດກາ, ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປະກາດຂໍ້ກຳນົດກົດໝາຍ. ສະນັ້ນ, ບັນດາການແລກປ່ຽນກ່ຽວກັບຮູບແບບສ້າງກົດໝາຍກັບສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ໃນນັ້ນມີສູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ, ແມ່ນບົດຮຽນທີ່ດີເພື່ອເປັນບ່ອນຄົ້ນຄວ້າອ້າງອີງ.

ຕອບກັບ

ຂ່າວ/ບົດ​ອື່ນ