ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳໂທລະຄົມກອງທັບ (Viettel)

(VOVWORLD) - ເມື່ອຢ້ຽມຢາມບັນດາຮາກຖານຄົ້ນຄ້ວາ, ຜະລິດ ແລະ ບັນດາຜະລິດຕະພັນເຕັກໂນໂລຊີສູງດີເດັ່ນໂດຍ Viettel ຄົ້ນຄ້ວາ ແລະ ຜະລິດ...
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳໂທລະຄົມກອງທັບ (Viettel) - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳໂທລະຄົມກອງທັບ (Viettel)

ຕອນເຊົ້າວັນທີ 9 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳໂທລະຄົມກອງທັບ (Viettel). ເມື່ອຢ້ຽມຢາມບັນດາຮາກຖານຄົ້ນຄ້ວາ, ຜະລິດ ແລະ ບັນດາຜະລິດຕະພັນເຕັກໂນໂລຊີສູງດີເດັ່ນໂດຍ Viettel ຄົ້ນຄ້ວາ ແລະ ຜະລິດ, ໃນນັ້ນມີພື້ນຖານໂທລະຄົມ, ຜະລິດຕະພັນພົນລະເຮືອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

        “ຂ້າພະເຈົ້າສະເໜີ Viettel ຄວນນຳໜ້າໃນ 3 ຂົງເຂດ. ນຳໜ້າທີໜຶ່ງແມ່ນນະວັດຕະກຳ, ພິເສດແມ່ນເຕັກໂນໂລຊີສູງ ແລະ ຜະລິດຊິບເອເລັກໂຕນິກຮັບໃຊ້ໃຫ້ແກ່ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ນຳໜ້າທີສອງ ແມ່ນກ້າຄິດ, ກ້າທຳ, ກ້າຮັບຜິດຊອບ. ນຳໜ້າທີສາມ ແມ່ນນຳໜ້າໃນວິວັດການຄຸ້ມຄອງ, ນຳໃຊ້ບັນດາແຫຼ່ງກຳລັງຂອງລັດທີ່ລົງທຶນໃຫ້ແກ່ການພັດທະນາອຸດສາຫະກຳໃຫ້ມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ