ນິວຊີແລນ ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນ 25 ລ້ານ USD ໜູນຊ່ວຍການພັດທະນາພະລັງງານທົດແທນຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ບ້ວງເງິນສະແດງໃຫ້ເຫັນການລົງທຶນຫຼາຍພໍສົມຄວນຂອງ ນິວຊີແລນ ເຂົ້າໃນການໜູນຊ່ວຍບັນດາຄູ່ຮ່ວມມືຢູ່ພາກພື້ນ ເພື່ອຮ່ວມແຮງຮ່ວມໃຈມີການກະທຳເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.
ນິວຊີແລນ ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນ 25 ລ້ານ USD ໜູນຊ່ວຍການພັດທະນາພະລັງງານທົດແທນຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon
(ພາບ: RNZ)

        ວັນທີ 19 ເມສາ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ໄດ້ແຈ້ງໃຫ້ຊາບກ່ຽວກັບບ້ວງເງິນໃຫ້ຄຳໝັ້ນສັນຍາ 25 ລ້ານ USD ຂອງ ອົດສະຕາລີ, ເພື່ອສະແດງຄຳໝັ້ນສັນຍາຂອງປະເທດນີ້ທີ່ຕອບສະໜອງຄຳຮຽກຮ້ອງມີການກະທຳເພື່ອການປ່ຽນແປງຂອງດິນຟ້າອາກາດຂອງບັນດາຄູ່ຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ ໃນການຜັນຂະຫຍາຍການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຫັນເປັນພະລັງງານທົດແທນ, ໃນນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຸດສຸມການຮ່ວມມື. ບ້ວງເງິນສະແດງໃຫ້ເຫັນການລົງທຶນຫຼາຍພໍສົມຄວນຂອງ ນິວຊີແລນ ເຂົ້າໃນການໜູນຊ່ວຍບັນດາຄູ່ຮ່ວມມືຢູ່ພາກພື້ນ ເພື່ອຮ່ວມແຮງຮ່ວມໃຈມີການກະທຳເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ທ່ານລັດຖະມົນຕີກະຊວງການປ່ຽນແປງຂອງດິນຟ້າອາກາດ ນິວຊີແລນ Simon Watts ໄດ້ເນັ້ນໜັກວ່າ, ໃນເບື້ອງຕົ້ນ, ການລົງທຶນຂອງ ນິວຊີແລນ ຈະສຸມໃສ່ບັນດາຄູ່ຮ່ວມມືສຳຄັນຂອງປະເທດນີ້ຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ. ພ້ອມກັບບ້ວງເງິນໜູນຊ່ວຍນີ້, ນິວຊີແລນ ຈະລະດົມແຫຼ່ງການເງິນທີ່ຈຳເປັນຫຼາຍພໍສົມຄວນໃຫ້ວິວັດການຫັນປ່ຽນພະລັງງານທົດແທນ, ລວມທັງການໜູນຊ່ວຍການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ, ເພື່ອໜູນຊ່ວຍໃຫ້ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຍູ້ໄວວິວັດການຫັນຈາກເຊື້ອເພີງຟອກຊິວໄປສູ່ພະລັງງານທົດແທນຢ່າງຍຸຕິທຳ ແລະ ສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ