ນັກກິລາ ຢ້ຽບທິເຮືອງ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນ Canoe ອາຊີ

(VOVWORLD) - ທິມນັກກິລາແຂ່ງເຮືອ ຫວຽດນາມ ເຂົ້າຮ່ວມງານແຂ່ງຂັນມີ 4 ຄົນ, ແຂ່ງຂັນ 4 ເນື້ອໃນ.
ນັກກິລາ ຢ້ຽບທິເຮືອງ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນ Canoe ອາຊີ - ảnh 1ນັກກິລາ ຢ້ຽບທິເຮືອງ
(ພາບ: ກິລາ ຫວຽດນາມ)

        ວັນທີ 19 ເມສາ, ສະຫະພັນແຂ່ງເຮືອ ຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ, ນັກກິລາ ຢ້ຽບທິເຮືອງ ຄວ້າໄດ້ຫຼຽນຄຳເນື້ອໃນແຂ່ງຂັນເພດຍິງ 500ມ ທີ່ງານແຂ່ງຂັນ Canoe ຊິງຊະນະເລີດ ອາຊີ 2024. ງານແຂ່ງຂັນນອນໃນຂອບເຂດຮອບຄັດເລືອກ Olympic ແລະ ລາງວັນ Canoe ຊິງຊະນະເລີດ ອາຊີ 2024, ຈັດຂຶ້ນຢູ່ ຍີ່ປຸ່ນ ແຕ່ວັນທີ 18 – 21 ເມສາ.

        ທິມນັກກິລາແຂ່ງເຮືອ ຫວຽດນາມ ເຂົ້າຮ່ວມງານແຂ່ງຂັນມີ 4 ຄົນ, ແຂ່ງຂັນ 4 ເນື້ອໃນ. ໃນນັ້ນ, 2 ເນື້ອໃນແຂ່ງຂັນຍາດສິດເຂົ້າຮ່ວມ Olympic ແມ່ນ C1 200ມ ຂອງນັກກິລາ ຫງວຽນທິເຮືອງ ແລະ C2 500ມ ຂອງນັກກິລາ ຫງວຽນຮົ່ງທາຍ - ຫງວຽນທິເຮືອງ; 2 ເນື້ອໃນເຂົ້າຮ່ວມລາງວັນອາຊີແມ່ນ C1 ຍິງ 500ມ ຂອງ ຫງວຽນທິເຮືອງ ແລະ C2 500ມ ແຂ່ງຂັນປະສົມຂອງ ຢ້ຽບທິເຮືອງ - ເຢືອງແອັງດຶກ.

ຕອບກັບ

ຂ່າວ/ບົດ​ອື່ນ