ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້, ຊົມເຊີຍບັນດາໝາກຜົນ, ການປະກອບສ່ວນສຳຄັນທີ່ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງໃນທົ່ວປະເທດເວົ້າລວມ ບັນລຸໄດ້ໃນໄລຍະຜ່ານມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ)

        ຕອນບ່າຍວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ ເນື່ອງໃນໂອກາດ “ວັນວັດທະນະທຳບັນດາຊົນເຜົ່າ ຫວຽດນາມ ” ປີ 2024.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້, ຊົມເຊີຍບັນດາໝາກຜົນ, ການປະກອບສ່ວນສຳຄັນທີ່ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງໃນທົ່ວປະເທດເວົ້າລວມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປາດຖະໜາວ່າ, ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ ຈະເປັນແບບຢ່າງໃຫ້ແກ່ລຸ້ນລູກລຸ້ນຫຼານ ແລະ ປະຊາຊົນຢ່າງບໍ່ຢຸດຢັ້ງ, ເປັນປັດໃຈຕັ້ງໜ້າໃນການອະນຸລັກຮັກສາ, ເສີມຊະຫຍາຍ, ຖ່າຍທອດບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊາດຢ່າງແທດຈິງ. ພ້ອມທັງ, ສືບຕໍ່ປະຕິບັດວຽກງານຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມກັນເສີມຂະຫຍາຍຄຸນຄ່າວັດທະນະທຳ, ຍົກສູງຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ