ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ

(VOVWORLD) - ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະ ໄດ້ຖະຫວາຍທູບທຽນ ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ທ່ານພົນເອກ ຫວໍງວຽນຢາບ ແລະ ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນການສ້າງໄຊຊະນະ ດ້ຽນບຽນຝູ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນ ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ທ່ານພົນເອກ ຫວໍງວຽນຢາບ ແລະ ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນການສ້າງໄຊຊະນະ ດ້ຽນບຽນຝູ. (ພາບ: VGP)

ຕອນບ່າຍວັນທີ 16 ເມສາ, ຢູ່ເຂດອະນຸສອນສະຖານ ພົນເອກ ຫວໍງວຽນຢາບ ຢູ່ຕາແສງ ເມື່ອງຟັງ, ນະຄອນ ດ້ຽນບຽນຝູ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 – 7/5/2024), ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະ ໄດ້ຖະຫວາຍທູບທຽນ ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ທ່ານພົນເອກ ຫວໍງວຽນຢາບ ແລະ ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນການສ້າງໄຊຊະນະ ດ້ຽນບຽນຝູ.

              ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມເຂດຮ່ອງຮອຍສະຖານກອງບັນຊາການບັ້ນຮົບ ດ້ຽນບຽນຝູ; ຢ້ຽມຢາມ, ມອບຂອງຂວັນໃຫ້ ນັກຮົບ ດ້ຽນບຽນ 20 ຄົນ ແລະ ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນຕາແສງ ເມືອງ ຟັງ, ຕາແສງ ປ່າຄວາງ, ນະຄອນ ດ້ຽນບຽນຝູ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກຮົບ ດ້ຽນບຽນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງຊາດ ຫວຽດນາມ ແລະ ສືບຕໍ່ສຶກສາຄົນລຸ້ນໜຸ່ມ ກ່ຽວກັບມູນເຊື້ອຕໍ່ສູ້ທີ່ອົງອາດກ້າຫານຂອງຊາດ, ສ້າງບ້ານເກີດເມືອງນອນນັບມື້ນັບຮັ່ງມີສວຍງາມຍິ່ງໆຂຶ້ນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ