ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ 2024

(VOVWORLD) - ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຮູ່ງເຕີມ ປາດຖະໜາວ່າ ສອງອົງການຕາງໜ້າສືບຕໍ່ເສີມຂະຫຍາຍ, ຮັກສາບັນດາການເຄື່ອນໄຫວແລກປ່ຽນ, ພົວພັນໃນປີ 2024

ວັນທີ 9 ເມສາ, ຢູ່ນະຄອນຫຼວງ Canberra, ທ່ານ ຟ້າມຮູ່ງເຕີມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ພ້ອມກັບບັນດາພະນັກງານສະຖານທູດ ແລະ ບັນດາອົງການອ້ອມຂ້າງ ໄດ້ໄປອວຍພອນປີໃໝ່ 2024 ຢູ່ສະຖານທູດລາວ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມຮູ່ງເຕີມ ປາດຖະໜາວ່າ ສອງອົງການຕາງໜ້າສືບຕໍ່ເສີມຂະຫຍາຍ, ຮັກສາບັນດາການເຄື່ອນໄຫວແລກປ່ຽນ, ພົວພັນໃນປີ 2024, ເພີ່ມທະວີການສົມທົບ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານຢູ່ປະເທດປະຈຳຖິ່ນ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍກັບ ອົດສະຕາລີ ກໍ່ຄືພິຈາລະນາ, ຄົ້ນຄ້ວາຄວາມສາມາດເປັນໄປໄດ້ໃນການຮ່ວມມື ຫວຽດນາມ - ລາວ - ອົດສະຕາລີ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານ ສິນໃຈ ມະນີວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ອົດສະຕາລີ ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນສອງປະເທດ ຫວຽດນາມ - ລາວ ແລະ ການຮ່ວມມືລະຫວ່າງສະຖານທູດສອງປະເທດ ຈະສືບຕໍ່ສະໜິດແໜ້ນ ແລະ ມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ