ການ​ນຳ ຫວຽດ​ນາມ ອວຍ​ພອນ​ປີ​ໃໝ່ ​ລາວ, ກຳ​ປູ​ເຈຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ມາຍັງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ການ​ນຳ ຫວຽດ​ນາມ ອວຍ​ພອນ​ປີ​ໃໝ່ ​ລາວ, ກຳ​ປູ​ເຈຍ - ảnh 1

 ຕ້ອນຮັບບຸນປີໃໝ່ລາວຢູ່ ເຫ້ວ (ພາບ: TTXVN)

    ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະ ບຸນເຕັດ ຂອງລາຊະອານາຈັກ ກຳປູເຈຍ, ວັນທີ 12 ເມສາ, ທ່ານນາງຮັກສາການປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ມາຍັງກະສັດກຳປູເຈຍ Preah Bat Samdech Preah Boromneath Norodom Sihamoni; ຮອງປະທານປະເທດລາວ ບຸນທອງ ຈິດມະນີ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ມາຍັງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Moha Borvor Thipadei Hun Manet. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ສົ່ງຈົດໝາຍ ແລະ ກະເຊົ້າດອກໄມ້ມາຍັງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານປະທານສະພາສູງ ກຳປູເຈຍ Samdech Moha Sena Padei Techo Hun Sen ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Moha Rotsaphea Thipadei Khuon Sudary.

     ໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກໍ່ໄດ້ສົ່ງຈົດໝາຍອວນພອນມາຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Sok Chenda Sopheaເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ