ກອ​ງ​ປະ​ຊຸມ​ພົບ​ປະ​ສົນ​ທະ​ນາ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ - ຈີນ

(VOVWORLD) - ສອງຝ່າຍໄດ້ເຫັນດີ ໂດຍໃຫ້ການຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລັດຖະມົນຕີສອງທ່ານກໍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສອງຝ່າຍຈະເຊື່ອມຊຶມຈັດຕັ້ງປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການຊຸກຍູ້ “ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ແທດຈິງກວ່າເກົ່າ”...
ກອ​ງ​ປະ​ຊຸມ​ພົບ​ປະ​ສົນ​ທະ​ນາ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ - ຈີນ - ảnh 1ກອງປະຊຸມພົບປະສົນທະນາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ (ພາບ: VOV)

ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8, ວັນທີ 11 ເມສາ, ຢູ່ ແຂວງ ລາວກາຍ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະສົນທະນາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ. ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ດົ່ງກວນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ເປັນປະທານຮ່ວມກອງປະຊຸມ.

        ນະທີ່ນີ້, ສອງຝ່າຍໄດ້ເຫັນດີ ໂດຍໃຫ້ການຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລັດຖະມົນຕີສອງທ່ານກໍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສອງຝ່າຍຈະເຊື່ອມຊຶມຈັດຕັ້ງປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການຊຸກຍູ້ “ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ແທດຈິງກວ່າເກົ່າ”, ສະເໜີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ; ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືປະຈຳປີ, ເຊັ່ນ: ການພົບປະສົນທະນາຍຸດທະສາດດ້ານປ້ອງກັນຊາດ, ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ, ການລາດຕາເວນຮ່ວມຢູ່ອ່າວພາກເໜືອ ລະຫວ່າງກອງທັບເຮືອສອງປະເທດ; ຊຸກຍູ້ການຮ່ວມມືໃນການກໍ່ສ້າງສຶກສາ, ວຽກງານພັກ, ວຽກງານການເມືອງ, ອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ຄົ້ນຄວ້າຍຸດທະສາດ, ຮັກສາສັນຕິພາບ ສປຊ, ພະລາທິການ, ເສນາຮັກ…

ກອ​ງ​ປະ​ຊຸມ​ພົບ​ປະ​ສົນ​ທະ​ນາ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ - ຈີນ - ảnh 2ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: VOV)

        ສິ້ນສຸດກອງປະຊຸມສົນທະນາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສອງກະຊວງປ້ອງກັນປະເທດ ກ່ຽວກັບການສ້າງໂທລະສັບສາຍດ່ວນລະຫວ່າງ ເຫຼົ່າທັບກອງທັບເຮືອ (ກະຊວງປ້ອງກັນປະເທດ ຫວຽດນາມ) ແລະ ເຂດທະຫານພາກໃຕ້ (ກອງທັບປົດປ່ອຍປະຊາຊົນ ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ