ມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍແຜ່ຂະຫຍາຍນ້ຳໃຈອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນ

(VOVWORLD) - ຈຸດພົ້ນເດັ່ນນອນໃນບັນດາລາຍການ “ການເດີນທາງມະນຸດສະທຳ - ມອບສົ່ງຄວາມຮັກ” ແມ່ນພິທີປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2024
 

        ໜຶ່ງໃນບັນດາເຫດການພົ້ນເດັ່ນໃນອາທິດແມ່ນບັນດາການເຄື່ອນໄຫວນອນໃນຂອບເຂດລາຍການ “ການເດີນທາງມະນຸດສະທຳ - ມອບສົ່ງຄວາມຮັກ” ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024), ຕອບສະໜອງເດືອນມະນຸດສະທຳລະດັບຊາດປີ 2024, ໂດຍສູນກາງສະພາກາແດງ ຫວຽດນາມ ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ.

        ຈຸດພົ້ນເດັ່ນນອນໃນບັນດາລາຍການ “ການເດີນທາງມະນຸດສະທຳ - ມອບສົ່ງຄວາມຮັກ” ແມ່ນພິທີປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2024, ເຊິ່ງໄດ້ຈັດຂຶ້ນໃນວັນທີ 22 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານນາງ ຫວໍທິແອັງຊວັນ, ຜູ້ຮັກສາການປະທານປະເທດ ຫວຽດນາມ, ສະເໜີວ່າ:

        “ສະພາກາແດງ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ດ້ານເນື້ອໃນ, ວິທີການເຄື່ອນໄຫວ; ສ້າງອົງການສະພາໃຫ້ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່. ຫວັງວ່າ, ບັນດາອົງການ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນທຸກຊັ້ນວັນນະ ຈະສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ, ໜູນຊ່ວຍໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ນັບມື້ນັບມີປະສິດທິຜົນກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ