ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

(VOVWORLD) - ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.
ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ - ảnh 1ນະຄອນ Rafah ຫຼັງການບຸກໂຈມຕີທາງອາກາດ ຂອງ ອິດສະຣາແອັນ ໃນວັນທີ 7 ພຶດສະພາ 2024 (ພາບ: THX/TTXVN)

ການເຈລະຈາຮອບຫຼ້າສຸດ ແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໄດ້ດຳເນີນຢູ່ Cairo ໃນວັນທີ 8 ພຶດສະພາ ດ້ວຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນທີ່ມາຈາກ ກາຕາ, ອາເມລິກາ ແລະ ຮາມາດສ, ບັນລຸໄດ້ຄວາມຄືບໜ້າ ຈຳນວນໜຶ່ງ ເຖິງວ່າບັນດາຝ່າຍຍັງໂຕ້ຖຽງກັນໃນບາງເນື້ອໃນ. ໃນຂະນະນັ້ນ, ບາງແຫຼ່ງຂ່າວອື່ນ ໄດ້ເຜີຍໃຫ້ຮູ້ວ່າ ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່. ປັດຈຸບັນ, ບັນດານັກໄກ່ເກ່ຍທີ່ມາຈາກ ອີຢິບ, ກາຕາ ແລະ ອາເມລິກາ ພວມຊຸກຍູ້ຂໍ້ຕົກລົງຢຸດຍິງຢ່າງແຮງ ເພື່ອແນໃສ່ຢຸດຕິບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ຢູ່ ກາຊາ ແລະ ສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນຕົວປະກັນ ອິດສະຣາແອັນ ນັບສິບຄົນ ທີ່ຍັງຖືກ ຮາມາດສ ກັກຂັງ.

        ໃນການຜັນແປທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, Lloyd Austin, ຢັ້ງຢືນວ່າ ປະເທດນີ້ ໄດ້ຢຸດການສະໜອງອາວຸດໃຫ້ ອິດສະຣາແອັນ ໄວ້ຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ