ປຸກລະດົມເດືອນມະນຸດສະທຳແຫ່ງຊາດປີ 2024: “ຂະບວນການມະນຸດສະທຳ - ມອບຮັບຄວາມຮັກແພງ”

(VOVWORLD) -

ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ສູນກາງສະພາກາແດງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ຈັດພິທີປຸກລະດົມເດືອນມະນຸດສະທຳແຫ່ງຊາດປີ 2024 ດ້ວຍຫົວຂໍ້ “ຂະບວນການມະນຸດສະທຳ - ມອບຮັບຄວາມຮັກແພງ”.

ປຸກລະດົມເດືອນມະນຸດສະທຳແຫ່ງຊາດປີ 2024: “ຂະບວນການມະນຸດສະທຳ - ມອບຮັບຄວາມຮັກແພງ” - ảnh 1ພິທີປຸກລະດົມຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ

        ເດືອນມະນຸດສະທຳແຫ່ງຊາດປີນີ້ໄດ້ປຸກລະດົມຢູ່ແຂວງ ດ້ຽນບຽນ, ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07/05/1954 – 07/05/2024), ແມ່ນໂອກາດເພື່ອໃຫ້ຊາວ ຫວຽດນາມ ຫຼາຍລຸ້ນຄົນສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນທີ່ໄດ້ເສຍສະຫຼະຊີວິດ ເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ; ພ້ອມທັງກໍ່ແມ່ນໂອກາດເພື່ອແບ່ງປັນ ແລະ ແຜ່ຂະຫຍາຍນ້ຳໃຈເມດຕາໃນວົງຄະນະຍາດ. ທີ່ພິທີ, ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ, ຢັ້ງຢືນວ່າ:

        “ເດືອນມະນຸດສະທຳໄດ້ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ແລະ ເປັນຂີດໝາຍໝາກຜົນຂອງການຂົນຂວາຍແຫຼ່ງກຳລັງສູງສຸດ, ເປົ້າໝາຍໄດ້ຮັບການໜູນຊ່ວຍຫຼາຍສຸດ, ບັນດາກິດຈະກຳ, ວຽກງານ, ການເຄື່ອນໄຫວມະນຸດສະທຳໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ແທດຈິງທີ່ສຸດສຳລັບຊຸມເດືອນໃນປີ. ປີນີ້, ສະພາກາແດງ ຫວຽດນາມ ຜັນຂະຫຍາຍເດືອນມະນຸດສະທຳໃນສະພາບການວິນາດສະກຳມະນຸດສະທຳຢູ່ບາງເຂດໃນໂລກນາບຂູ່ເຖິງການດຳລົງຊີວິດຂອງປະຊາຊົນ, ແມ່ຍິງ ແລະ ເດັກນ້ອຍນັບໝື່ນຄົນ, ເພື່ອແນໃສ່ແຜ່ຂະຫຍາຍມູນເຊື້ອວັດທະນະທຳມະນຸດ, ຄວາມເມດຕາ, ຄວາມຮັກຫອມສັນຕິພາບ ແລະ ສະໜິດຕິດພັນປະຊາຄົມສັງຄົມ”.

        ກ່າວຄຳເຫັນຊີ້ນຳທີ່ພິທີປຸກລະດົມເດືອນມະນຸດສະທຳແຫ່ງຊາດປີ 2024, ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ຕີລາຄາສູງ ໝາກຜົນຂອງສະພາກາແດງທຸກຂັ້ນທີ່ບັນລຸໄດ້ໃນຊຸມປີຜ່ານມາ, ທ່ານນາງກ່າວວ່າ:

        “ຂ້າພະເຈົ້າສະເໜີໃຫ້ສະພາກາແດງ ຫວຽດນາມ ສືບຕໍ່ປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວ; ສ້າງສະພາກາແດງທີ່ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່. ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນສືບຕໍ່ຊາບຊຶມ ແລະ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການເຄື່ອນໄຫວຂອງສະພາກາແດງ ຫວຽດນາມ ແລະ ວຽກງານມະນຸດສະທຳ; ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ສະພາກາແດງທຸກຂັ້ນປະຕິບັດພາລະບົດບາດ, ໜ້າທີ່ໃຫ້ເປັນຢ່າງດີ”.

        ໂດຍມຸ່ງໄປເຖິງເດືອນມະນຸດສະທຳແຫ່ງຊາດປີ 2024, ໃນ 56 ປີຜ່ານມາ, ປະຊາຊົນກ່ວາ 100.000 ຄົນໄດ້ຕອບສະໜອງບັ້ນເຄື່ອນໄຫວ “ລ້ານບາດກ້າວແຫ່ງຄວາມເມດຕາ”, ເພື່ອສ້າງກອງທຶນໃຫ້ແກ່ການເຄື່ອນໄຫວມະນຸດສະທຳ, ພ້ອມກັນນັ້ນ ກໍ່ເພື່ອແຜ່ຂະຫຍາຍນ້ຳໃຈ “ສະພາກາແດງເພື່ອທຸກໆຄົນ, ຢູ່ທຸກໆບ່ອນ”.

ຕອບກັບ

ຂ່າວ/ບົດ​ອື່ນ