ທ່ານປະທານາທິບໍດີ ຢູແກຼນ ຫວັງວ່າ ອາເມລິກາ ຈະໃຫ້ສັດຕະຍາບັນບ້ວງເງິນໜູນຊ່ວຍດ້ານການທະຫານໂດຍໄວ

(VOVWORLD) - ທ່ານ Joe Biden ໄດ້ຮັບປະກັນກັບທ່ານເລື່ອງ ຈະລົງນາມໃນຮ່າງກົດໝາຍຈັດແບ່ງບ້ວງເງິນອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ ຢ່າງທັນທີພາຍຫຼັງທີ່ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນເອກະສານສະບັບດັ່ງກ່າວ.
ທ່ານປະທານາທິບໍດີ ຢູແກຼນ ຫວັງວ່າ ອາເມລິກາ ຈະໃຫ້ສັດຕະຍາບັນບ້ວງເງິນໜູນຊ່ວຍດ້ານການທະຫານໂດຍໄວ - ảnh 1(ພາບປະກອບ: Reuters)

        ວັນທີ 22 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ໄດ້ແຈ້ງໃຫ້ຊາບວ່າ, ທ່ານມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Joe Biden ເພື່ອປຶກສາຫາລືກ່ຽວກັບເລື່ອງຈັດແບ່ງບ້ວງເງິນໜູນຊ່ວຍໃໝ່ໃຫ້ແກ່ ຢູແກຼນ. ການນຳ ຢູແກຼນ ໃຫ້ຮູ້ວ່າ, ທ່ານ Joe Biden ໄດ້ຮັບປະກັນກັບທ່ານເລື່ອງ ຈະລົງນາມໃນຮ່າງກົດໝາຍຈັດແບ່ງບ້ວງເງິນອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ ຢ່າງທັນທີພາຍຫຼັງທີ່ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນເອກະສານສະບັບດັ່ງກ່າວ. ນອກຈາກການໜູນຊ່ວຍດ້ານການທະຫານແລ້ວ, ທ່ານປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ, ທ່ານກໍ່ປຶກສາຫາລືກັບທ່ານ Joe Biden ກ່ຽວກັບວຽກງານສ້າງຂໍ້ຕົກລົງຄວາມໝັ້ນຄົງ 2 ຝ່າຍ ແລະ ເລື່ອງກະກຽມໃຫ້ກອງປະຊຸມສຸດຍອດກ່ຽວກັບສັນຕິພາບຢູ່ ຢູແກຼນ ເຊິ່ງຈະຈັດຂຶ້ນຢູ່ ສະວິດ ໃນເດືອນ ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ