ການຮ່ວມມືສາກົນ ເພີ່ມທະວີກຳລັງຄວາມສາມາດໃຫ້ກຳລັງແກ້ໄຂມົນລະພິດຈາກລະເບີດໝາກມິນ

(VOVWORLD) - ໂດຍຈັດຂຶ້ນແຕ່ວັນທີ 21 – 28 ເມສາ, ຊຸດຝຶກອົບຮົມມີການເຂົ້າຮ່ວມຂອງຄູສອນ, ສຳມະນາກອນ ກວ່າ 400 ຄົນ.
ການຮ່ວມມືສາກົນ ເພີ່ມທະວີກຳລັງຄວາມສາມາດໃຫ້ກຳລັງແກ້ໄຂມົນລະພິດຈາກລະເບີດໝາກມິນ - ảnh 1ບັນດາສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບການແກ້ໄຂກ່ຽວກັບລູກລະເບີດໝາກມິນ, ວັດຖຸລະເບີດ
(ພາບປະກອບ: TTXVN)

        ວັນທີ 22 ເມສາ, ຢູ່ ຮ່າໂນ້ຍ, ສູນການກະທຳກ່ຽວກັບລູກລະເບີດໝາກມິນແຫ່ງຊາດ ຫວຽດນາມ (VNMAC) ໄດ້ສົມທົບກັບກົມການຮ່ວມມືສາກົນ ສ.ເກົາຫຼີ (KOICA), ໂຄງການພັດທະນາສະຫະປະຊາຊາດ (UNDP) ໄຂຊຸດຝືກອົບຮົມຫົວໜ້າທິມ, ນັກເຕັກນິກປະຕິບັດໂຄງການ “ການກະທຳກ່ຽວກັບລູກລະເບີດໝາກມິນເພື່ອບ້ານສັນຕິພາບ ຫວຽດນາມ - ສ.ເກົາຫຼີ”. ໂດຍຈັດຂຶ້ນແຕ່ວັນທີ 21 – 28 ເມສາ, ຊຸດຝຶກອົບຮົມມີການເຂົ້າຮ່ວມຂອງຄູສອນ, ສຳມະນາກອນ ກວ່າ 400 ຄົນ. ຢູ່ທີ່ນີ້, ບັນດາສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບການແກ້ໄຂກ່ຽວກັບລູກລະເບີດໝາກມິນ, ວັດຖຸລະເບີດ; ການຄຸ້ມຄອງຄຸນນະພາບໃນການທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ... ເພື່ອແນໃສ່ຜັນຂະຫຍາຍຢ່າງຄົບຊຸດໃນທັງໂຄງການ ແລະ ປະກອບສ່ວນຈຳກັດຄວາມສ່ຽງໃນການເຄື່ອນໄຫວທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານພັນເອກ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ VNMAC ໃຫ້ຮູ້ວ່າ, ໂຄງການໄດ້ຜັນຂະຫຍາຍເປັນເວລາ 3 ປີ, ແຕ່ປີ 2024 – 2026, ຢູ່ 3 ແຂວງ, ຄື: ເທື່ອທຽນ-ເຫ້ວ, ກວາງງ້າຍ ແລະ ບິ່ງດິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ