ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ​ສ: Hezbollah ເພີ່ມ​ທະ​ວີ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່ ອິດ​ສະ​ລາ​ແອັນ ໃນ​ວັນ​ທຳ​ອິດ​ຂອງ​ວັນ​ບຸນ ສຳ​ຄັນ​ຂອງ​ຊາວ​ຢິວ

(VOVWORLD) - ກຳລັງ Hezbollah ຢູ່ລີບັງ ຍັງບໍ່ມີກ່າວິເຄາະຫຍັງກ່ຽວກັບບັນດາເຫດບຸກໂຈມຕີເລັ່ງໃສ່ ອິດສະລາແອັນ ຄັ້ງຫຼ້າສຸດ.
ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ​ສ: Hezbollah ເພີ່ມ​ທະ​ວີ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່ ອິດ​ສະ​ລາ​ແອັນ ໃນ​ວັນ​ທຳ​ອິດ​ຂອງ​ວັນ​ບຸນ ສຳ​ຄັນ​ຂອງ​ຊາວ​ຢິວ - ảnh 1ນັກຮົບ ອິດສະລາແອັນ ຢູ່ເຂດ ກາຊາ (ພາບ: IDF)

ວັນທີ 22 ເມສາ, ວັນທຳອິດໃນການພັກ ວັນບຸນ Passover ທີ່ສຳຄັນໃນປີ ຂອງຊາວຢິວ, ກຳລັງ Hezbollah ຢູ່ລີບັງ ໄດ້ປະຕິບັດຫຼາຍເຫດບຸກໂຈມຕີຢ່າງຮ້າຍແຮງເລັ່ງໃສ່ເຂດທາງທິດເໜືອ ອິດສະລາແອັນ. ກ່ອນໜ້ານັ້ນ, Hezbollah ກໍ່ໄດ້ທຳການຜັນຂະຫຍາຍເຮືອບິນບໍ່ມີຄົນຂັບເຂົ້າໄປໃນເຂດນ່ານຟ້າຂອງ ອິດສະລາແອັນ, ເຮັດໃຫ້ ລະບົບເຕືອນໄພຢູ່ເຂດຊຸມຊົນຈຳນວນໜຶ່ງລຽບຕາມຊາຍແດນດັ່ງຂຶ້ນ.

ກຳລັງ Hezbollah ຢູ່ລີບັງ ຍັງບໍ່ມີກ່າວິເຄາະຫຍັງກ່ຽວກັບບັນດາເຫດບຸກໂຈມຕີເລັ່ງໃສ່ ອິດສະລາແອັນ ຄັ້ງຫຼ້າສຸດ. ເຖິງຢ່າງໃດກໍຕາມ, ໃນບົດກ່າວປາໄສຫວ່າງແລ້ວນີ້, ການນຳຂັ້ນສູງຂອງກຳລັງປະກອບອາວຸດໃຫຍ່ທີ່ສຸດຂອງ ລີບັງ ໄດ້ກ່າວເຕືອນຈະເຮັດໃຫ້ວັນບຸນ Passover ຂອງຊາວອິດສະລາແອັນບໍ່ມີຄວາມສະຫງົບສຸກ, ຄ້າຍຄືກັນກັບວິທີການ ອິດສະລາແອັນ ໄດ້ດຳເນີນເດືອນ Ramadan ແລະ ວັນບຸນ Eid El Fitr ຂອງຊາວມຸດສະລິມ ຢູ່ເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ