ກອງ​ປະ​ຊຸມ​ນັກ​ຂ່າວ​ໂລກ 2024 ປຶກ​ສາ​ຫາ​ລື​ສິ່ງ​ທ້​າ​ທາຍ​ຈາກ AI ຕໍ່​ອະ​ນາ​ຄົດ​ຂອງ​ຂະ​ແໜງ​ສື່ມວນ​ຊົນ

(VOVWORLD) - ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະ ພິເສດແມ່ນອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ chatbot ChatGPT.
ກອງ​ປະ​ຊຸມ​ນັກ​ຂ່າວ​ໂລກ 2024 ປຶກ​ສາ​ຫາ​ລື​ສິ່ງ​ທ້​າ​ທາຍ​ຈາກ AI ຕໍ່​ອະ​ນາ​ຄົດ​ຂອງ​ຂະ​ແໜງ​ສື່ມວນ​ຊົນ - ảnh 1ກອງປະຊຸມນັກຂ່າວໂລກ 2024  (ພາບ: TTXVN)

ກອງປະຊຸມນັກຂ່າວໂລກ 2024 ໂດຍສະມາຄົມນັກຂ່າວ ສ.ເກົາຫຼີ ຈັດຂຶ້ນ, ດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນໃນການລົງຂ່າວ ກ່ຽວກັບສົງຄາມ ແລະ ເຕັກໂນໂລຢີປັນຍາປະດິດ (AI) ແລະ ອະນາຄົດຂອງຂະແໜງສື່ມວນຊົນ”, ໄດ້ດຳເນີນຢູ່ ນະຄອນຫຼວງ ເຊີອູນ (ສ.ເກົາຫຼີ) ໃນລະຫວ່າງວັນທີ 22 – 26 ເມສາ. ກອງປະຊຸມປີນີ້ ມີການເຂົ້າຮ່ວມຂອງນັກຂ່າວ 52 ຄົນທີ່ມາຈາກ 47 ປະເທດໃນໂລກ. ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະ ພິເສດແມ່ນອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ chatbot ChatGPT, ສັນຕິພາບໂລກ ແລະ ວິທີການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບັນດານັກຂ່າວໄດ້ລອງນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າ ແລະ ກະແສວັດທະນະທຳ ສ.ເກົາຫຼີ. ບັນດານັກຂ່າວ ກໍ່ໄດ້ໄປທັດສະນະຢູ່ບາງນະຄອນໃຫຍ່ ທີ່ມີຫຼາຍທັດສະນີຍະພາບ ແລະ ດີເດັ່ນກ່ຽວກັບເຕັກໂນໂລຢີຂຽວ ຄື Suwon, Ansan, Yongil ແລະ Incheon; ຢ້ຽມຊົມເຂດປອດການທະຫານ (DMZ)  ແລະ ໝູ່ບ້ານຢຸດຍິງ (Panmujom)...

ຕອບກັບ

ຂ່າວ/ບົດ​ອື່ນ