70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: ປະຫວັດສາດ ແລະ ຄວາມຊົງຈຳຢູ່ຝລັ່ງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ວ່າ: “ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”.
70 ປີແຫ່ງໄຊຊະນະ ດ້ຽນບຽນຝູ: ປະຫວັດສາດ ແລະ ຄວາມຊົງຈຳຢູ່ຝລັ່ງ - ảnh 1ບັນດາແຂກທີ່ເຊີນເຂົ້າຮ່ວມເຫດການ
(ພາບ: VOV ປະຈຳ ຝລັ່ງ)

ຕອນບ່າຍວັນທີ 13 ເມສາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (1954 – 2024). ກ່າວຄຳເຫັນນະທີ່ນີ້, ທ່ານ ດິງຕ່ວານຖັ໋ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ, ໄດ້ຮັບຮູ້ການສະໜັບສະໜູນ ແລະ ການກຽມພ້ອມແບ່ງປັນກັບ ຫວຽດນາມບັນດາຄຸນຄ່າລວມກ່ຽວກັບສັນຕິພາບ ແລະ ຄວາມສາມັກຄີຂອງເພື່ອນມິດຝລັ່ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິຄວາມຮັບຮູ້ວ່າ: “ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ແກ່ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ປະຊາຊົນສອງປະເທດຈະສືບຕໍ່ມູນເຊື້ອນີ້ໃນໄລຍະຈະມາເຖິງ ເພື່ອບັນທຶກໄວ້ໃນແນວຄິດຈິດໃຈຂອງບັນດາລຸ້ນຄົນໃນອະນາຄົດກ່ຽວກັບນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ ແລະ ຝລັ່ງ.

        ກ່ອນໜ້ານັ້ນ, ທີ່ການໂອ້ລົມສົນທະນາໂຕະມົນ ດ້ວຍຫົວຂໍ້ “ປະຫວັດສາດ ແລະ ຄວາມຊົງຈຳກ່ຽວກັບບັ້ນຮົບ ດ້ຽນບຽນຝູ”, ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 200 ຄົນ. ທ່ານເອກອັກຄະລັດຖະທູດ ດິງຕ່ວານຖັ໋ງ, ເນັ້ນໜັກວ່າ:

        “ພວກເພື່ອນໄດ້ນຳບັນດາແງ່ມູມຕ່າງໆ ມາໃຫ້ການໂອ້ລົມສົນທະນາ, ຊ້ຳບໍ່ໜຳແມ່ນກົງກັນຂ້າມ, ແຕ່ລ້ວນແຕ່ໄດ້ແບ່ງປັນຄຸນຄ່າລວມ: ນັ້ນແມ່ນແງ່ຫວັງສັນຕິພາບ, ອະນຸລັກຮັກສາ ແລະ ປັບປຸງສັນຕິພາບ. ປະຊາຊົນ ຫວຽດນາມ ຍາມໃດກໍ່ມີສະຕິວ່າ ນ້ຳໃຈສາມັກຄີສາກົນ, ພິເສດແມ່ນການສະໜັບສະໜູນໃຫຍ່ຫຼວງເຊິ່ງປະຊາຊົນ ຝລັ່ງ ສະຫງວນໃຫ້ປະຊາຊົນ ຫວຽດນາມ ໃນພາລະກິດຍາດເອົາເອກະລາດ ແລະ ສັນຕິພາບ, ແມ່ນພື້ນຖານໜັກແໜ້ນເພື່ອສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງສະໜິດແໜ້ນ ຝລັ່ງ ແລະ ຫວຽດນາມ ໃນປະຈຸບັນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ